4ເດືອນ​ທຳ​ອິດ​ຂອງ​ປີ​ນີ້ ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ
  2018-05-10 16:51:58  cri
ທ່ານ​ກ່າວ​ເຟິ່ງ ໂຄ​ສົກ​ກະ​ຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ພຶດ​ສະ​ພາ​ນີ້​ວ່າ: ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ເມ​ສາ​ຜ່ານ​ມາ, ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ​ແລະ​ໝັ້ນ​ທ່ຽງ, ຄາດ​ວ່າ ໝົດ​ປີ 2018 ນີ້​ຈະ​ສາ​ມາດ​ຮັກ​ສາ​ທ່ວງ​ທ່າ​ນີ້​ໄດ້​ເປັນ​ຢ່າງ​ດີ.

ຕາມ​ສະ​ຖິ​ຕິ​ຈາກ​ດ່ານ​ພາ​​ສີ​ຈີນ,​ແຕ່​ເດືອນ​ມັງ​ກກອນ​ຫາ​ເດືອນ​ເມ​ສາ​ຜ່ານ​ມາ,ຍອດ​ມູນ​ຄ່າ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນບັນ​ລຸ​ເຖິງ 9110 ຕື້​ຢວນ, ເພີ່ມ​ຂຶ້ນ 8,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ ເຊິ່ງ​ຕົ້ນ​ຕໍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ເສດ​ຖະ​ກິດ​ໂລກ​ເຕີບ​ໂຕ​ຄືນ, ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ສາ​ກົນ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຂະ​ນະ​ດຽວ​ກັນ, ​ການ​ທີ່​ຈີນ​ລົງ​ເລິກ​ຊຸກ​ຍູ້ການ​ປະ​ຕິ​ຮູບໂຄງ​ປະ​ກອບ​ດ້ານການ​ສະ​ໜອງ​ໃນ​ຂົງ​ເຂດ​ການ​ຄ້າ​ກັບ​ຕ່າງ​ປະ​ເທດ ເຊິ່ງ​ເຮັດ​ໃຫ້​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ພາຍ​ໃນ​ແລະ​ຄວາມ​ຕ້ອງ​ການ​ບໍ​ລິ​ໂພກ​ພາຍ​ໃນ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ສິ່ງ​ທີ່​ໜ້າ​​ສົນ​ໃຈ​ນັ້ນ​ຄື ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ເມ​ສາ​ຜ່ານ​ມາ, ຈີນ​ໄດ້​​ປຽບດຸນ​ການ​ຄ້າ​ 506ຕື້ 240 ລ້​ານຢວນ, ຫຼຸດ​ລົງ 24,1%, ທ່ານ​ກ່າວ​ເຟິ່ງ​ກ່າວ​ຕື່ມ​ວ່າ: ຈີນ​ໄດ້​ກ່າວ​ເນັ້ນ​ມາຫຼາຍ​ເທື່ອ​ແລ້ວ​ວ່າ:​​ແຕ່​ໃດ​ມາ​​ຈີນ​ບໍ່​ເຄີຍ​ຕັ້ງ​ໃຈ​ສະ​ແຫວງ​ຫາ​ການ​ໄດ້​ປຽບ​ດຸນ​ການ​ຄ້າ​ຈັກ​ເທື່ອ, ສະ​ພາບ​​ໄດ້​ປຽບ​ເກີນ​ດຸນ​ການ​ຄ້າ​ໃນ​ປັດ​ຈຸ​ບັນ​ແມ່ນ​ເກີດ​ຂຶ້ນ​ຍ້ອນ​ຕະຫຼາດ ແລະ​ກໍ​ຈະ​ປ່ຽນ​ແປງ​ໄປ​ຕາມ​ການ​ຜັນ​ແປ​ຂອງ​ຕະຫຼາດ​ເຊັ່ນ​ກັນ.