ປະຖະກະຖາແລກປ່ຽນວັດທະນະທໍາລາວ-ຈີນ
  2018-05-10 11:27:12  cri


ວັນທີ9 ພຶດສະພາ 2018 ນີ້, ທີ່ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC). ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບ ສູນວັດທະນະທໍາຈີນປະຈໍາ ສປປ. ລາວ ໄດ້ຈັດປະຖະກະຖາແລກປ່ຽນວັດທະນະທໍາລາວ-ຈີນຂຶ້ນ. ໃຫ້ກຽດບັນຍາຍໂດຍ ທ່ານ ປີ້ ຊື່ຫົງ ຮອງຫົວໜ້າສະຖາບັນຄົ້ນຄວ້າ " ໜຶ່ງແລວ ໜຶ່ງເສັ້ນທາງ " ຈາກມະຫາວິທະຍາໄລຢຸນນານ ແລະ ທ່ານ ນາງ ຟ່າງ ຢຸນ ນັກຄົ້ນຄວ້າຄະນະພົວພັນສາກົນ, ມະຫາວິທະຍາ​ໄລ​ຢຸນນານ ສປ. ຈີນ. ມີທ່ານ ລັດຕະນະ ຖາວອນສຸກ ຮອງຫົວໜ້າສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ, ທ່ານ ນາງ ຕິ່ງຊິ່ງ ຫົວໜ້າສູນວັດທະນະທໍາຈີນປະຈໍາລາວ, ຕາງໜ້າກະຊວງການຕ່າງປະເທດ ແລະ ບັນດາກະຊວງຕ່າງໆອ້ອມຂ້າງ 200 ກວ່າຄົນເຂົ້າຮ່ວມ.


ການປະຖະກະຖາຄັ້ງ​ນີ້ ​ໄດ້​ບັນ​ຍາຍເຖິງການດໍາເນີນຍຸດທະສາດ " ໜຶ່ງແລວ ໜຶ່ງເສັ້ນທາງ " ຂອງລັດຖະບານຈີນ ໂດຍເນັ້ນເຖິງຈຸດປະສົງ, ຫຼັກການ ແລະ ຮູບແບບຂອງການຮ່ວມມືຕ່າງໆ ເຊິ່ງລັດຖະບານຈີນໄດ້ໃຫ້ຄວາມສໍາຄັນໃນການຮ່ວມມືກັບທຸກປະເທດບົນພື້ນຖານ "ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ" ລວມໄປເຖິງການຮ່ວມຊະຕາກໍາອັນດຽວກັນ ເພື່ອຮັບປະກັນການຮ່ວມມືໃນ 5 ຂົງເຂດ (ການເຊື່ອມຈອດດ້ານນະໂຍບາຍ, ການເຊື່ອມຈອດດ້ານສິ່ງອໍານວຍຄວາມສະດວກ, ການເຊື່ອມຈອດດ້ານການຄ້າ, ການເຊື່ອມຈອດດ້ານທຶນຮອນ​, ການເຊື່ອມຈອດລະຫວ່າງປະຊາຊົນ). ການຮ່ວມມືໃນຂອບ "ແມ່ນ້ຳຂອງ ຫຼື ແມ່ນໍ້າລ້ານຊ້າງ" ກໍ່ເປັນໜຶ່ງໃນຂໍ້ລິເລີ່ມ " ໜຶ່ງແລວ ໜຶ່ງເສັ້ນທາງ " ໂດຍເນັ້ນໃສ່ການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ,​ ດ້ານເສດຖະກິດ ແລະ ດ້ານວັດທະນະທໍາສັງຄົມລະຫວ່າງ ສປ. ຈີນ ກັບ 5 ປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ ​ຄື: ກໍາປູເຈຍ, ລາວ, ມຽນມາ,​ ໄທ,​ ຫວຽດນາມ, ບົນຫຼັກການແຫ່ງຄວາມເປັນເອກະສັນ, ເປີດເຜີຍການມີສ່ວນຮ່ວມ,ການປະສານງານລວມ ແລະ ການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ອີກທັງສອດຄ່ອງກັບນະໂຍບາຍຂອງ ສປ. ຈີນ ທີ່ໃຫ້ຄວາມສໍາຄັນໃນການຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງ.


ໃນໂອກາດນີ້, ທ່ານ ນາງ ຕິ່ງ ຊິ່ງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາ ສປປ. ລາວ ກ່າວວ່າ: ການປະຖະກະຖາຄັ້ງນີ້, ຈະເຮັດໃຫ້ເຂົ້າໃຈຕື່ມກ່ຽວກັບເນື້ອໃນຄວາມໝາຍຂອງ " ໜຶ່ງແລວ ໜຶ່ງເສັ້ນທາງ " ແລະ ແນວຄິດຫຼັກກ່ຽວກັບການປົກຄອງ ແລະ ການບໍລິຫານປະເທດຂອງປະທານ ສີ ຈິ້ນຜິງ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງສອງປະເທດ, ຊຸກຍູ້ຄວາມເຂົ້າອົກເຂົ້າໃຈຂອງປະຊາຊົນສອງຊາດ ແລະ ຫວັງວ່ານັກຄົ້ນຄວ້າຊາວຈີນຈະໄດ້ນໍາໃຊ້ໂອກາດນີ້ ເພື່ອນໍາຄວາມເຂົ້າໃຈໃນທັດສະນະຂອງຊາວລາວກ່ຽວກັບ " ໜຶ່ງແລວ ໜຶ່ງເສັ້ນທາງ " ແລະ ປະສົບການອັນກຸ້ມຄ່າໃນການປົກຄອງ ແລະ ການບໍລິຫານປະເທດຂອງພັກ ແລະ ລັດຖະບານແຫ່ງ ສປປ. ລາວ ເພື່ອບັນລຸຈຸດປະສົງໃນການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ.


ຫຼັງ​ຈາກ​ນັ້ນ,ທ່ານ ລັດຕະນະ ຖາວອນສຸກ ຮອງຫົວໜ້າສະຖາບັນການຕ່າງປະເທດ, ໄດ້ຕີລາຄາຕໍ່ການປະຖະກະຖາຄັ້ງນີ້ວ່າ: ໂຄງການ " ໜຶ່ງແລວ ໜຶ່ງເສັ້ນທາງ " ຈະນໍາຜົນປະໂຫຍດອັນມະຫາສານມາສູ່ ສປປ ລາວ ຂອງພວກຂ້າພະເຈົ້າ, ເນື່ອງຈາກວ່າ ເປັນໂຄງການທະລຸລ່ວງ ເພື່ອຊ່ວຍໃຫ້ປະເທດລາວ ສາມາດມີການເຊື່ອມໂຍງເຂົ້າກັບພາກພື້ນ ແລະເຂົ້າໃນແຜນຂອງລັດຖະບານທີ່ຈະເຮັດໃຫ້ປະເທດຊາດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ສາມາດຫຼຸດພົ້ນຈາກຄວາມທຸກຍາກໄປເທື່ອລະກ້າວ, ສາມາດນໍາພາປະເທດຊາດໄປສູ່ຍຸກຮຸ່ງເຮືອງສີວິໄລ ແລະ ປະຊາຊົນລາວມີຄວາມຄອງຄອຍລໍຖ້າຜົນສໍາເລັດດັ່ງກ່າວໃຫ້ປາກົດຜົນເປັນຈິງ.