ສຳນັກຂ່າວສານປະເທດລາວ ສະຫຼອງວັນ​ສ້າງ​ຕັ້ງຄົບຮອບ 50 ປີ.
  2018-05-10 16:40:34  cri


ໃນຕອນເຊົ້າວັນທີ 9 ພຶດສະພານີ້, ທີ່ສຳນັກຂ່າວສານປະເທດລາວ ນະຄອນຫຼວງວຽງຈັນ ໄດ້ມີພິທີສະຫຼອງວັນສ້າງຕັ້ງຂ່າວສານປະເທດລາວຄົບ​ຮອບ 50 ປີ (6 ມັງກອນ 1968-2018) ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບໍ່ແສງຄຳ ວົງດາຣາ ລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັກທະນະທຳ ແລະ ທ່ອງທ່ຽວ, ມີຄະນະນຳ​ຈາກ​ກະ​ຊວງ ພ້ອມດ້ວຍຫົວໜ້າບັນນາທິການຈາກອົງການສື່ຕ່າງໆ ແລະ ​ພາກ​ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຫຼວງຫຼາຍ.


ໂອກາດ​ນີ້ທ່ານ ສູນທອນ ຄັນທະວົງ ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ ໄດ້ກ່າວວ່າ: ສໍານັກຂ່າວສານປະເທດລາວໄດ້ມີການເຕີບໃຫຍ່ ແລະ ຂະຫຍາຍຕົວ ຕະຫລອດໄລຍະ 5 ທົດສະວັດຜ່ານມາທີ່ຕິດພັນຢ່າງສະນິດແໜ້ນກັບພາລະກິດໃນແຕ່ລະໄລຍະ ແລະມູນເຊື້ອນໍ້າໃຈແຫ່ງການຕໍ່ສູ້ອັນເດັດດ່ຽວ,ບຸກບືນຜ່ານຜ່າຄວາມຫຍຸ້ງຍາກຫຼາຍປະການຂອງປະຊາຊົນລາວບັນດາເຜົ່າ. ກ່ອນນີ້ 50 ປີເຖິງວ່າຈະມີຄວາມຫຍຸ້ງຍາກຫລາຍປານໃດກໍ່ຕາມແຕ່ດ້ວຍຄວາມຮັບຜິດຊອບຕໍ່ພາລະກິດ ແລະ ໜ້າທີ່ຂອງຕົນ ນັບແຕ່ມື້ສ້າງຕັ້ງ ສໍານັກຂ່າວສານແມ່ນໄດ້ມີສໍານັກຂ່າວປະຈໍາຢູ່ຫຼາຍແຂວງເຊັ່ນ: ແຂວງຊຽງຂວາງ, ສະຫວັນະເຂດ, ຄໍາມ່ວນ, ອຸດົມໄຊ ແລະ ແຂວງເຊກອງ ພ້ອມກັນນີ້ກໍ່ ມີໜ່ວຍຂ່າວທີ່ເກັບກໍາຂໍ້ມູນຂ່າວຢູ່ເຂດເມືອງວຽງໄຊ ແລະ ທົ່ວແຂວງຫົວພັນ, ທັງໄດ້ອອກເຄື່ອນໄຫວ ແລະ ເກັບກໍາຂ່າວຢູ່ຕ່າງແຂວງ. ມາຮອດ ໄລຍະປີ 2012-2017 ໄດ້ມີການດໍາເນີນ ແລະ ປັບປຸງໂຄງປະກອບກົງຈັກໃນການຈັດຕັ້ງຢ່າງຕໍ່ເນື່ອງເພື່ອໃຫ້ສອດຄ່ອງກັບເງື່ອນໄຂຕົວຈິງຂອງການພັດທະນາເຕັກນິກ ແລະ ມີການຂະຫຍາຍຜະລິດຕະພັນໃຫ້ຫລາຍຂຶ້ນ ເຊິ່ງໃນປັດຈຸບັນກໍ່ໄດ້ມີເວັບໄຊ www.kpl.gov.la ທີ່ເປັນພາສາລາວ, ອັງກິດ ແລະ ພາສາຝຣັ່ງ ໄດ້ອອກຂ່າວເປັນລາຍວັນ.


ໃນໂອກາດດຽວກັນນີ້ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າໂອ້ລົມຊີ້ນໍາ ຄະນະນໍາ ແລະ ພະນັກງານສຳນັກຂ່າວສານປະເທດລາວ ເນື່ອງໃນໂອກາດ ສຳນັກຂ່າວສານປະເທດລາວສະຫຼອງ ຄົບຮອບ50 ປີ ໂດຍເນັ້ນໃຫ້ສໍານັກຂ່າວສານໃນຖານະເປັນອົງການຂ່າວທາງການຂອງລັດຖະບານ ໃຫ້ມີຄຸນນະພາບ, ມີຄວາມວອງໄວ ແລະ ທັນເຫດການ ພ້ອມທັງຮັບປະກັນ 4 ລັກສະນະຂອງສື່ມວນຊົນ ເພື່ອຢາກໃຫ້ປະຕິບັດໄດ້ ດັ່ງນັ້ນ ຕ້ອງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງຖັນແຖວພະນັກງານນັກຮົບຂອງຕົນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ ແລະ ມີຈັນຍາບັນ ໃນການເຮັດຫນ້າທີ່ເປັນກະບອກສຽງອັນແຫຼມຄົມຂອງພັກ-ລັດຖະບານ. ພ້ອມທັງມີຄວາມຮູ້ດ້ານພາສາຕ່າງປະເທດ ໃນລະດັບອັນແນ່ນອນ ສິ່ງສໍາຄັນຕ້ອງຊຸກຍູ້ການສ້າງ ແລະ ຂະຫຍາຍຕານ່າງຂ່າວສານປະເທດລາວໃຫ້ກວ້າງອອກ ຕ້ອງມີການບຸບບືນຊຸກຍູ້, ສົ່ງເສີມ ແລະ ຂະຫຍາຍການພົວພັນ ຮ່ວມມືແລກປ່ຽນຂໍ້ມູນຂ່າວສານກັບສໍານັກຂ່າວສານບັນດາປະເທດເພື່ອນມິດຍຸດທະສາດ, ລວມທັງສະມາຊິກປະຊາຄົມອາຊຽນ, ພາກພື້ນ ແລະ ໃນໂລກ ເພື່ອຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອ ແລະ ປະສົບການໃໝ່ໆໃຫ້ຫຼາຍຂຶ້ນ.


ໂອ​ກາດ​ດຽວ​ກັນ​ນີ້,ສໍານັກຂ່າວຊິນຫົວກໍ່ໄດ້ຮ່ວມລົງນາມມອບຮັບອຸປະກອນສື່ສານໂທລະພາບທີ່ສໍານັກຂ່າວສານຊິນຫົວຊ່ວຍເຫຼື່ອ ໂດຍປະກອບມີ: ກ້ອງດີຈີຕ້ອນ 2 ໜ່ວຍ, ເລນກ້ອງ 4 ໜ່ວຍ, ກ້ອງຖ່າຍທໍາ 2 ໜ່ວຍ, ຂາຕັ້ງກ້ອງ 2 ຊຸດ ແລະ ຄອມພິວເຕີແລັບທອບ 4 ໜ່ວຍ ລວມມູນຄ່າຫຼາຍກວ່າ 151.000 ກວ່າຢວນ.