ພັກຝ່າຍຄ້ານ​ມາ​ເລ​ເຊຍ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 60 ປີຜ່ານມາ
  2018-05-10 11:13:49  cri
ວັນ​ທີ 10 ພຶດສະພາ​ນີ້, ຄະນະ​ກຳມະການ​ເລືອກຕັ້ງ​ມາ​ເລ​ເຊຍປະກາດ​ຜົນ​ການ​ລົງ​ຄະ​ແນນ​ສຽງວ່າ: ພັກຝ່າຍຄ້ານ​ທີ່​ນຳໂດຍ​ທ່ານ​ມາ​ຮາ​ເທຍ ບິນ ​ໂມ​ຮຳ​ມັດ ອະດີດ​ນາຍົກລັດຖະມົນຕີມາ​ເລ​ເຊຍ​ໄດ້​ຊະນະ​ການ​ເລືອກ​ຕັ້ງ​​​ໃນ​ວັນ​ທີ 9 ພຶດສະພາ​ນີ້ ​ແລະ​ໄດ້​ຮັບ​ສິດຈັດ​ຕັ້ງ​ຄະນະ​ລັດຖະບານ ​ເຊິ່ງ​ເປັນ​​ເທື່ອທຳ​ອິດ​ຂອງ​ພັກ​ຝ່າຍຄ້ານ​ມາ​ເລ​ເຊຍ​ຊະນະ​ການ​ເລືອກ​ຕັ້ງ​ໃນ​ໄລຍະ 60 ປີຜ່ານມາ.

ຕາມ​ຜົນ​ການ​ລົງ​ຄະ​ແນນ​ສຽງ, ພັກ​ຝ່າຍຄ້ານ​ໄດ້​ຮັບ​ບ່ອນ​ນັ່ງ​​ໃ​ນສະພາ​ຕ່ຳຫຼາຍ​ກວ່າ 112 ບ່ອນ​, ​ລື່ນ​ເຄິ່ງໜຶ່ງ​ຂອງ​ຈຳ​ນວນ​ບ່ອນ​ນັ່ງ​ທັງ​ໝົດ. ບ່ອນ​ນັ່ງ​ຂອງ​ແນວ​ໂຮມ​ປະຊາຊົນ​ພັກ​ຮ່ວມ​ລັດຖະບານໄດ້​ຫຼຸດ​​ຈາກ 133 ບ່ອນ​ໃນ​ການ​ເລືອກ​ຕັ້ງ​ຊຸດ​ກ່ອນ​ໜ້າ​ນີ້​ລົງ​ເປັນ 79 ບ່ອນ​ນັ່ງ.