ຈີນ ​ແລະ​ຍີ່ປຸ່ນ​ເຊັນ​ສັນຍາ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ
  2018-05-10 11:15:12  cri
ວັນ​ທີ 9 ພຶດສະພາ​ນີ້, ພາຍ​ໃ​ຕ້ການ​ເປັນ​ສັກຂີ​ພິຍານ​ຂອງທ່ານ​ຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ແລະ​ທ່ານ​ຊິນ​ໂຈະ ອະ​ເບະ ນາ​ຍົກ​ລັດຖະມົນຕີ​ຍີ່ປຸ່ນ, ທ່ານ​ຈຸ່ງ​ຊ່ານ ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ ​ແລະ​ທ່ານ​ຮີ​ໂຣຊີ​ເກະ ​ເຊ​ະໂກະ ​ລັດຖະມົນຕີ​ກະຊວງ​ເສດຖະກິດ​ຍີ່ປຸ່ນ​ໄດ້​​ຮ່ວມ​ກັນ​ເຊັນ "ບົດ​ບັນທຶກຄວາມ​ເຂົ້າ​ໃຈກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ານ​ການ​ຄ້າ​ການ​ບໍລິການ​ການ​ຄ້າ" ​ແລະ​ຄະນະ​ກຳມະການ​ປະຕິ​ຮູບ​ການ​ພັດທະນາ​ແຫ່ງ​ຊາດ​ຈີນ, ກະຊວງ​ກາ​ນຄ້າ​ຈີນ​ໄດ້​​ເຊັນ​ "ບົດ​ບັນທຶກຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ຕະຫຼາດ​ຝ່າຍ​ທີ​ສາມ​ຈີນ-ຍີ່ປຸ່ນ" ກັບກະຊວງ​ການ​ຕ່າງປະ​ເທດຍີ່​ປຸ່ນ ​ແລະ​ກະຊວງ​ເສດຖະກິດ​ຍີ່ປຸ່ນ.
ສອງ​ຝ່າຍຍິນ​ດີ​ສ້າງ "​ກົນ​ໄກ​ການຮ່ວມ​ມື​ດ້ານ​ການ​ຄ້າ​ການ​ບໍລິການສອງ​ຝ່າຍ", ຕັ້ງໜ້າ​ສົ່ງ​ເສີມ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ບໍລິການ​ໃຫ້​ຕ່າງ​ຝ່າຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຕະຫຼາດ​ຝ່າຍ​ທີ​ສາມ, ພາຍ​ໃຕ້​ກົນ​ໄກການ​ເຈ​ລະ​ຈາລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂະ​ແໜງ​ເສດຖະກິດ​ຈີນ-ຍີ່ປຸ່ນ, ສ້າງ "ກົນ​ໄກປະ​ຕິ​ບັດ​ງານ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຕະຫຼາດ​ຝ່າຍ​ທີ​ສາມ​ຈີ​ນ-ຍີ່ປຸ່ນ" ​ແລະ​ຈັດ "​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ຕະຫຼາດ​ຝ່າຍ​ທີ​ສາມ​ຈີ​ນ-ຍີ່​ປຸ່ນ" ກັບ​ສະ​ຖາ​ບັນເສດຖະກິດ​ຮ່ວມ​ກັນ.