ຈີນ​ສະ​ແດງ​ຄວາມ​ເສຍ​ດາຍ​ຕໍ່​ອາ​ເມ​ລິ​ກາ​ທີ່​ຖອນ​ອອກ​ຈາກ​ສັນ​ຍາ​ນິວ​ເຄ​ລຍ​ອີ​ຣານ
  2018-05-10 10:32:40  cri
    ວັນ​ທີ 9 ພຶດ​ສະ​ພານີ້, ທ່ານ ເກິງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ປະ​ເທດ​ຕົນ​ຮູ້​ສຶກ​ເສຍ​ດາຍ​ຕໍ່​ອາ​ເມ​ລິ​ກາ​ທີ່​ຖອນ​ອອກ​ຈາ​ກ​ສັນ​ຍາ​ນິວ​ເຄ​ລຍ​ອີ​ຣານຮອບ​ດ້ານ, ຮຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ຈົ່ງ​ຍຶດ​ໝັ້ນ​ທິດ​ທາງ​ທີ່​ແກ້​ໄຂ​ບັນ​ຫາໂດຍ​ຜ່ານ​ທາງ​ການ​ເມືອງ​ແລະ​ການ​ທູດ, ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ເໝາະ​ສົມ, ແລະ​ກັບ​ຄືນ​ສູ່​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ແຫ່ງ​ການ​ສືບ​ຕໍ່​ປະ​ຕິ​ບັດ​ສັນ​ຍາ​ຮອບ​ດ້ານນັ້ນ​ໂດຍ​ໄວ.

    ທ່ານ ເກິງ​ສວງ ກ່າວ​ຕື່ມ​ວ່າ, ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ຂອງ​ອີ​ຣານ ແມ່ນ​ສັນ​ຍາຫຼາຍ​ຝ່າຍ​ທີ່​ເຊັນ​ກັນ​ຜ່ານ​ການ​ເຈ​ລະ​ຈາ​ຮ່ວມ​ມື​ລະ​ຫວ່າງ 6 ປະ​ເທດ, ສະ​ຫະ​ພາບ​ເອີ​ລົບ ແລະ​ອີ​ຣານ, ທັງ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ມະ​ຕິ​ເລກ​ທີ 2231 ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ, ທຸກ​ຝ່າຍ​ລ້ວນ​ແຕ່​ປະ​ຕິ​ບັດ​ຢ່າງ​ຕັ້ງ​ໃຈ ເພື່ອ​ປົກ​ປັກ​ຮັກາ​ສາ​ຄວາມ​ຄົບ​ຖ້ວນ​ແລະ​ຄວາມ​ເຄັ່ງ​ຕຶງ​ຂອງ​ສັນ​ຍາ​ດັ່ງ​ກ່າວ. ທັງ​ນີ້​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກ​ສາ​ລະ​ບົບ​ທີ່​ບໍ່​ແຜ່​ຜາຍ​ອາ​ວຸດ​ນິວ​ເຄ​ລຍ​ສາ​ກົນ, ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ທັງ​ມີ​ຄວາມ​ໝາຍ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ການ​ແກ້​ໄຂ​ບັນ​ຫາ​ຈຸດ​ສຸມ​ໂດຍ​ຜ່ານ​ວິ​ທີ​ທາງ​ການ​ເມືອງ.

    ຈີນ​ຈະ​ນຳ​ໃຊ້​ທ່າ​ທີ​ພາ​ວະ​ວິ​ໄສ, ທ່ຽງ​ທຳ​ແລະ​ຮັບ​ຜິດ​ຊອບ, ຮັກ​ສາ​ການ​ປຶກ​ສາ​ຫາ​ລື​ກັບ​ທຸກ​ຝ່າຍ, ສືບ​ຕໍ່​ສຸມ​ໃສ່​ປົກ​ປົກ​ຮັກ​ສາ​ແລະ​ປະ​ຕິ​ບັດ​​ຕາມສັນ​ຍາ​ດັ່ງ​ກ່າວ.