ສະ​ພາ​ຄວາມ​ໝັ້ນ​ຄົງ​ຮຽກ​ຮ້ອງ​ໃຫ້​ມຽນ​ມາ​ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ອົບ​ພະ​ຍົບ​ໂຣ​ຮິງ​ຢາ​ກັບ​ຄືນ​ບ້ານ​ເກີດ
  2018-05-10 16:44:07  cri
    ວັນ​ທີ 9 ພຶດ​ສະ​ພານີ້, ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ອອກ​ຖະ​ແຫຼງ​ການ, ໂດຍ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ມຽນ​ມາ​ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ອົບ​ພະ​ຍົບ​ໂຣ​ຮິງ​ຢາ​ກັບ​ຄືນ​ບ້ານ​ເກີດ, ທັງ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ລົງ​ໂທດ​ຜູ້ກໍ່​ຄວາມ​ຮຸ​ນ​ແຮງ​ດ້ວຍ​ກົດ​ໝາຍ.

    ຖະ​ແຫຼງ​ການ​ລະ​ບຸ​ວ່າ, ສະ​ພາ​ຄວາມ​ໝັ້ນ​ຄົງ​ຮູ້​ສຶກ​ຕື່ນ​ຕົກ​ໃຈ​ຕໍ່​ຄວາມ​ຮຸນ​ແຮງ​ຂອງວິ​ກິດ​ການ​ມະ​ນຸດ​ສະ​ທຳ​ຂອງ​ມຽນ​ມາ​ຄັ້ງ​ນີ້ ແລະ​ເປັນ​ຫ່ວງ​ຕໍ່​ສະ​ພາບ​ການໃນ​ປັດ​ຈຸ​ບັນ. ສະ​ພາ​ຄວາມ​ໝັ້ນ​ຄົງ​ໄດ້​ສັງ​ເກດ​ເຫັນ​ເຖິງ​ຄວາມ​ພະ​ຍ​າ​ຍາມ​ຂອງ​ລັດ​ຖະ​ບານ​ມຽນ​ມາ​ເພື່ອ​ໃຫ້​ຊາວ​ອົບ​ພະ​ຍົບ​ກັບ​ຄືນ​ບ້ານ​ເກີດ, ແຕ່​ທວງ​ໃຫ້​ລັດ​ຖະ​ບານ​ມຽນ​ມາ​ຈົ່ງ​ພະ​ຍາ​ຍາມເຮັດ​ວຽກໃຫ້​ດີ​ກວ່າ​ເກົ່າ ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ອົບ​ພະ​ຍົບ​ແລະ​ຜູ້​ບໍ່​ມີ​ບ່ອນ​ເພິ່ງ​ພາ​ອາ​ໄສ​ນັ້ນ​ກັບ​ຄືນ​ບ້ານ​ເກີດ​ຢູ່​ລັດ​ຍະ​ໄຂ່​ຢ່າງ​ປອດ​ໄພ, ສະໝັກ​ໃຈ ແລະ​ມີ​ກຽດ, ພ້ອມ​ທັງ​ແກ້​ໄຂວິ​ກິດ​ການ​ຄັ້ງ​ນີ້​ຈາກ​ຮາກ​ຖານ.

    ຖະ​ແຫຼງ​ການ​ລະ​ບຸ​ຕື່ມ​ອີກວ່າ, ສະ​ພາ​ຄວາມ​ໝັ້ນ​ຄົງ​ເລັ່ງ​ທວງ​ໃຫ້​ລັດ​ຖະ​ບານ​ມຽນ​ມາ​ຈົ່ງ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ, ລົງ​ໂທດ​​ຕໍ່ຜູ້ກໍ່​ເຫດ​ຄວາມ​ຮຸນ​ແຮງ​ຕາມ​ກົດ​ໝາຍ, ທັງ​ອະ​ນຸ​ຍາດ​ໃຫ້​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ແລະ​ອົງ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ອື່ນໆ​ເຂົ້າ​ໄປ​ລັດ​ຍະ​ໄຂ່​ຢ່າງ​ປອດ​ໄພ​ແລະ​ບໍ່​ມີ​ອຸ​ປະ​ສັກ​ກີດ​ຂວາງ​ໃດໆ​ໃນ​ທັນ​ທີ.