ຈີນ​ຕົກ​ລົງ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອສຸກ​ເສີນແກ່​​ລັດ​ຖະ​ບານ​ໂຊ​ມາ​ລີ​ເພື່ອ​​​ຕ້ານ​ໄພ​ນ້ຳ​ຖ້ວນ
  2018-05-11 10:29:39  cri
CRI ລາຍ​ງານ​ວ່າ: ວັນ​ທີ 10 ພຶ​ດ​ສະ​ພາ​ນີ້, ທ່ານ​ເກິງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຢືນ​ຢັນ​ວ່າ ຈີນ​ໄດ້​ຕົກ​ລົງ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​ແບບ​ມະ​ນຸດ​ສະ​ທຳ​ແກ່​ລັດ​ຖະ​ບານ​ໂຊ​ມາ​ລີ​ເພື່ອ​ຕ້ານ​ໄພ​ນ້ຳ​ຖ້ວມ.

ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ໂຊ​ມາ​ລີ​ມີ​ຝົນ​ຕົກ​​ໜັກ​ຢ່າງ​ຕໍ່​ເນື່ອງ​ເຮັດ​ໃຫ້​ເກີດ​ໄພ​ນ້ຳ​ຖ້ວມ​ໃນ​ຂອບ​ເຂດກວ້າງ​ຂວາງ, ​ປະ​ຊາ​ຊົນຫຼາຍກວ່າ 4 ແສນ​ຄົນ​ໄດ້​ຮັບ​ຜົນ​​ກະ​ທົບ. ທ່ານ​ເກິງ​ສວງ ​ກ່າວຢູ່​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວໃນ​ວັນ​ທີ 10 ພຶດ​ສະ​ພາ​ນີ້​ວ່າ: ຈີນ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່​ໂຊ​ມາ​ລີທີ່​ເກີດ​ໄພ​ນ້ຳ​ຖ້ວມ​ໃນ​ໄລ​ຍະ​ມໍ່​ໆ​ນີ້ ສົ່ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົນ​ຈຳ​ນວນຫຼວງຫຼາຍ​ຂາດ​ບ່ອນ​ຢູ່​ອາ​ໄສ. ອີງ​ຕາມ​ຂ່າວ​ຈາກ​ອົງ​ການຮ່ວມ​ມື​ພັດ​ທະ​ນາສາ​ກົນ​ແຫ່ງ​ປະ​ເທດ​ຈີນ,ລັດ​ຖະ​ບານ​ຈີນ​ໄດ້​ຕົກ​ລົງ​ໃຫ້​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ​ແບບ​ມະ​ນຸດ​ສະ​ທຳ​ແກ່​ລັດ​ຖະ​ບານ​ໂຊ​ມາ​ລີ​ເພື່ອ​ຕ້ານ​ໄພ​ນ້ຳ​ຖ້ວມ. ລັດ​ຖະ​ບານ​ຈີນ​ຈະ​ຕິດ​ຕາມ​ສະ​ພາບ​ໄພ​ນ້ຳ​ຖ້ວມ​ຢູ່​ໂຊ​ມາ​ລີ​ຢ່າງ​ໃກ້​ຊິດ​ແລະ​ອີງ​ຕາມ​ສະ​ພາບ​ໄພ​ນ້ຳ​ຖ້ວມ​ແລະ​ການ​ຮ້ອງ​ຂໍຈາກ​ໂຊ​ມາ​ລີ​,ຈີ​ນ​ຈຶ່ງ​ຍິນ​ດີ​ຊ່ວຍ​ເຫຼືອ​ແລະ​ສະ​ໜັບ​ສະ​ໜູນ​ໂຊ​ມາ​ລີ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ.