ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຖະ​ແຫຼງ​ຂ່າວ​ອາ​ຊຽນ,ຈີນ,ຍີ່​ປຸ່ນ​ແລະ​ສ​ເກົາຫຼີ​ຄັ້ງ​ທີ 5 ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ
  2018-05-11 11:04:28  cri
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ​ຖະ​ແຫຼງ​ຂ່າວ​ອາ​ຊຽນ,ຈີ​ນ,ຍີ່​ປຸ່ນ​ແລະ​ສ ເກົາຫຼີຫຼື​ອາ​ຊຽນ​ບວກ 3 ຄັ້ງ​ທີ 5 ໄດ້​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 10 ພຶດ​ສະ​ພາ​ນີ້.

ທ່ານ​ໂກວ່​ເວີ້ຍ​ໝິນ ຮອງ​ຫົວ​ໜ້າ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ລັດ​ຖະ​ບານ​ຈີນ​ກ່າ​ວ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້​ຈັດ​ຂຶ້ນ​ພາຍ​ໃນ​ຫົວ​ຂໍ້ "ອາ​ຊຽນ​ດີ​ຈີ​ຕອນ​ແບບ​ແບ່ງ​ປັນ" ມີລັກ​ສະ​ນະເນັ້ນ​ເປົ້າ​ໝາຍ​ຢ່າງ​ໂດດ​ເດັ່ນ.

ທ່ານ​ໂກ່ວ​ເວີ້ຍ​ມິນ​ຊີ້​ໃຫ້​ເຫັນ​ວ່າ: ສື່​ມວນ​ຊົນມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ເປັນ​ຂົວ​ຕໍ່​ແຫ່ງ​ການ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຊາດ​ແລະ​ສົ່ງ​ເສີມ​ການ​ເຊື່ອມ​ສານ​ກັນ​ດ້ານ​ຈິດ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ. ພາຍ​ໃຕ້​ສະ​ພາບ​ປັດ​ຈຸ​ບັນ​ທີ່​ເຕັກ​ນິກ​ສື່​ໃໝ່​ພັດ​ທະ​ນາ​ຢ່າງວ່ອງ​ໄວ​, ລັດ​ຖະ​ບານ​ແລະ​ສື່ມວນ​ຊົນ​ຈີນ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ແບບ​ເຊື່ອມ​ໂຍງ​ເຂົ້າ​​ກັນ​ຂອງ​ສື່ມວນ​ຊົນ. ຍິນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຮ່ວມ​ມື​ກັບ​ອາ​ຊຽນ, ຍີ່​ປຸ່ນ​ແລະ​ສ ເກົາຫຼີ​ໃນ​ຂົງ​ເຂດ​ສື່​ໃໝ່. ຈີນ​ຍິນ​ດີ​ຮ່ວມ​ກັບ​ປະ​ເທດ​ອາ​ຊຽນ​ແບ່ງ​ປັນ​ເຕັກ​ນິກ​ສື່​ໃໝ່​ກໍ​ຄື​ບົດ​ຮຽນ​ການ​ປະ​ຍຸກ, ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຍົກ​ລະ​ດັບ​ຜູ້​ປະ​ກອບ​ການສື່​ໃໝ່,ຄົ້ນ​ຄວ້າ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃນ​ເວັບ​ຂ່າວ,APPແລະ​ສື່​ສັງ​ຄົມ​ອອນ​ລາຍຕ່າງໆ.