ສະ​ມັດ​ຊາ​ໃຫຍ່​ສ​ປ​ຊ​ສ້າງ​ຕັ້ງ​ໜ່ວຍ​ງານ​ຫ​າ​ລື​​ສົນ​ທິສັນ​ຍາ​ສິ່ງ​ແວດ​ລ້ອມ​ໂລກ
  2018-05-11 16:52:07  cri
ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຜ່ານ​ມະ​ຕິ​ສະ​ບັບ​ໜຶ່ງ​ໃນ​ວັນ​ທີ 10 ພຶດ​ສະ​ພາ​ນີ້​ໂດຍ​ຕົກ​ລົງ​ສ້າງ​ຕັ້ງ​ໜ່ວຍ​ງານ​ສະ​ເພາະ​ກິດ​ເພື່ອ​ຫາ​ລືສົນ​ທິສັນ​ຍາ​ສິ່ງ​ແວດ​ລ້ອມ​ໂລກ​ທີ່​ກຳ​ລັງ​ພິ​ຈາ​ລະ​ນາ​ຢູ່.

ວັນ​ດຽວ​ກັນ, ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຜ່ານ​ມະ​ຕິ​ສະ​ບັບ​ນີ້​ດ້ວຍ​ສຽງ​ເຫັນ​ດີ 143 ສຽງ, ​ຄັດ​ຄ້ານ 6 ສຽງ ແລະ​ບໍ່​ອອກ​ສຽງ 6 ສຽງ. ອີ​ຣານ,ຟີ​ລິບ​ປິນ,ຣັດ​ເຊຍ,ຕວກ​ກີ,ອາ​ເມ​ລິ​ກາ​ໄດ້​ລົງ​​ຄະ​ແນນສຽງ​ຄັດ​ຄ້ານ.