ສິງກະ​ໂປ​ຍິນ​ດີ​ເປັນ​ສະຖານ​ທີ່​ຈັດການ​ພົບ​ປະລະ​ຫວ່າງ​ຜູ້ນຳ​ສປປ.​ເກົາຫຼີ ​ແລະ​ອາ​ເມ​ລິ​ກາ
  2018-05-11 15:02:00  cri
ຕອນ​ຄ່ຳວັນ​ທີ 10 ພຶດສະພາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ສິງກະ​ໂປ​ໄດ້​ອອກ​ຖ​ະ​ແຫຼ​ງການ​ວ່າ: ປະ​ເທດ​ຕົນ​ຍິນ​ດີ​ເປັນ​ສະຖານ​ທີ່​ຈັດການ​ພົບ​ປະ​ເຈລະຈາລະ​ຫວ່າງ​ທ່ານ​ກິມ​ເຈິ​ງອຸນ ຜູ້ນຳ​ສູງ​ສຸດສປປ.​ເກົາຫຼີ ​ແລະ​ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 12 ມິຖຸນາ​ນີ້.

ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້ລະບຸ​ຕື່ມວ່າ: ຫວັງ​ວ່າການ​ພົບ​ປະ​ຄັ້ງ​ນີ້​ຈະສາມາດ​​ເສີມ​ສ້າງ​ອະນາຄົດ​ສັນຕິພາບ​ຂອງ​ແຫຼມ​ເກົາຫຼີ. ​ໃນ​ມື້​ດຽວ​ກັນ, ທ່ານ​ທຣຳກໍ​ໄດ້​ປະກາດ​ຕໍ່​ສື່​ມວນ​ຊົນ​ວ່າ: ຈະ​ພົບ​ປະ​ເຈລະຈາ​ກັບ​ທ່ານ​ກິມ​ເຈິ​ງອຸນຢູ່​ປ​ະ​ເທດ​ສິງກະ​ໂປ​ໃນ​ວັນ​ທີ 12 ມິຖຸນາ​ນີ້ ​ແລະຫວັງ​ວ່າການ​ພົບ​ປະ​ຄັ້ງ​ນີ້​ສາມາດ​ກາຍ​ເປັນ​ "ການ​ເວລາ​ພິ​ເສດ" ທີ່ຈະ​ສົ່ງ​ເສີມສັນຕິພາບ​ຂອງ​ໂລກ.