ນາ​ຍົກຈີນ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ສະຫຼອງວັນ​ເຊັນ​ສັນ​ຍາ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ຈີນ-ຍີ່​ປຸ່ນ​ຄົບ​ຮອບ 40 ປີ
  2018-05-11 10:59:44  cri
    ຕອນ​ທ່ຽງ​ວັນທີ 10 ພຶດ​ສະ​ພານີ້, ຢູ່​ນະ​ຄອນຫຼວງ​ໂຕ​ກຽວ​ຂອງ​ຍີ່​ປຸ່ນ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ​ກັບ​ທ່ານ ຊິນ​ໂຈະ ອາ​ເບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ ໄດ້ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ລະ​ນຶກວັນ​ເຊັນ​ສັນ​ຍາ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ຈີນ-ຍີ່​ປຸ່ນ​ຄົບ​ຮອບ 40 ປີ ແລະ​ງານ​ລ້ຽງ​ຮັບ​ຮອງ​ເພື່ອ​ເປັນ​ກຽດ​ແກ່​ທ່ານ ຫຼີ​ເຄີ້​ສຽງ ຢ້ຽມ​ຢາມ​ຍີ່​ປຸ່ນ. ບຸກ​ຄົນ​ວົງ​ການ​ການ​ເມືອງ​ແລະ​ເສດ​ຖະ​ກິດ ພ້ອມ​ດ້ວຍ​ປະ​ຊ​າ​ຊົນ​ຜູ້​ມີ​ມິດ​ຕະ​ພາບ​ຕໍ່​ກັນ​ຂອງ​ສອງ​ປະ​ເທດ​ເກືອບ 2000 ຄົນ​ໄດ້​ເຂົ້າ​ຮ່ວມ.

    ໂອ​ກາດນີ້, ທ່ານ ຫຼີ​ເຄີ້​ສຽງ ໄດ້​ກ່າວ​ປາ​ຖະ​ກະ​ຖາ​ວ່າ, ປີນີ້ ແມ່ນ​ປີ​ທີ່​ເຊັນ​ສັນ​ຍາ​ສັນ​ຕິ​ພາບ​ມິດ​ຕະ​ພາບ​ຈີນ​ຍີ່​ປຸ່ນ​ຄົບ​ຮອບ 40 ປີ. ເອ​ກະ​ສານ​ການ​ເມືອງຈີນ-ຍີ່​ປຸ່ນ 4 ສະ​ບັບ​ແມ່ນ​ທິດ​ທາງ​ທີ່​ຕ້ອງ​ຍຶດ​ໝັ້ນ​ຢ່າງ​ເດັດ​ດ່ຽວ​ໃນ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ຢ່າງ​ປອດ​ໄສ. ຂໍ​ພຽງແຕ່​ວ່າ​ສອງ​ຝ່າຍ​ປະ​ຕິ​ບັດ​ຕາມ​ເອ​ກະ​ສານ​ການ​ເມືອງ 4 ສະ​ບັບ​ນີ້​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຕາມ​ທິດ​ທາງ​ດຽວ​ກັນ​ແລ້ວ, ສາຍ​ພົວ​ພັນ​ສອງ​ປະ​ເທດ​ກໍ​ຈະ​ສາ​ມາດ​ຂະ​ຫຍາຍ​ໄປ​ໜ້າ​ຢ່າງ​ໜັກ​ແໜ້ນ.

    ທ່ານ ຫຼີ​ເຄີ້​ສຽງ ເນັ້ນ​ວ່າ, ໃນ​ໄລ​ຍະ​ຢ້ຽມ​ຢາມ​ຍີ່​ປຸ່ນ​ຄັ້ງ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຮ່ວມ​ກັບ​ຜູ້​ນຳ​ຍີ່​ປຸ່ນ​ສະຫຼຸບ​ແລະ​ຖອດ​ຖອນ​ບົດ​ຮຽນ​ທາງ​ບວກ​ແລະ​ທາງ​ລົບ​ໃນ​ເມື່ອ​ກ່ອນ ແລະ​ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ຕ່າງໆ​ກ່ຽວ​ກັບ​ການ​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ສອງ​ປະ​ເທດ​ກັບ​ຄືນ​ສູ່​ເສັ້ນ​ທາງ​ທີ່​ເປັນ​ປົກ​ກະ​ຕິ ແລະ​ບັນ​ລຸ​ການ​ພັດ​ທະ​ນາ​ຢ່າງ​ປອດ​ໄສ, ຍາວ​ນານ ແລະ​ໜັກ​ແໜ້ນ. ໃນ​ດ້ານ​ການ​ເມືອງ, ພວກ​ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ເຫັນ​ດີ​ຖື​ປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ, ຫັນ​ໜ້າ​ໄປ​ສູ່​ອະ​ນາ​ຄົດ, ການ​ນຳ​ຂັ້ນ​ສູງ​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ, ຟື້ນ​ຟູ​ກົນ​ໄກ​ການ​ສົນ​ທະ​ນາ​ແລະ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ຮອບ​ດ້ານ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ ແລະ ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ເໝາະ​ສົມ. ໃນ​ດ້ານ​ເສດ​ຖະ​ກິດ, ພວກ​ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ເຫັນ​ດີ​ເລັງ​ໃສ່​ການ​ພັດ​ທະ​ນາ​ແລະ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ໃຫ້​ດີ​ຂຶ້ນ, ຍົກ​ລະ​ດັບ​ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ສູງ​​ຂຶ້ນ​ສູ່​ລະ​ດັບ​ໃໝ່ ແລະ ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໃຫ້​ດີກວ່າ​ເກົ່າ. ໃນ​ດ້ານ​ວັດ​ທະ​ນະ​ທຳ, ພວກ​ຂ້າ​ພະ​ເຈົ້າ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຕື່ມ​ອີກ, ປະ​ສານ​ຈິດ​ໃຈ​ປະ​ຊາ​ຊົນ​ໃຫ້​ໃກ້​ຊິດ​ກັນ, ບູ​ລະ​ນະ​ພື້ນ​ຖານ​ແຫ່ງ​ຈິດ​ໃຈ​ປະ​ຊາ​ຊົນ​ໃຫ້​ໝັ້ນ​ຄົງ, ອົບ​ຮົມ​ກຳ​ລັງ​ອັນ​ຕັ້ງ​ໜ້າ​ທີ່​ຊຸກ​ຍູ້​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ສອງ​ປະ​ເທດນັ້ນ​ໃຫ້​ເຂັ້ມ​ແຂງ​ຂຶ້ນ.

    ທ່ານ ຊິນ​ໂຈະ ອາ​ເບະ ກ່າວ​ວ່າ, ການ​ຢ້ຽມ​ຢາມ​ຂອງ​ທ່ານ ຫຼີ​ເຄີ້​ສຽງ ຄັ້ງ​ນີ້ ໄດ້​ບັນ​ລຸ​ໃຫ້​ສາຍ​ພົວ​ພັນ​ສອງ​ປະ​ເທດ​ກັບ​ຄືນ​ສູ່​ເສັ້ນ​ທາງ​ປົກ​ກະ​ຕິ ເຊິ່ງ​ເປັນ​ຈຸດ​ເລີ່ມ​ຕົ້ນ​ໃໝ່. ສອງ​ຝ່າຍ​ມີ​ໜ້າ​ທີ່​ປ່ຽນ​ການ​​ຂັດ​ແຍ້ງ​ໃຫ້​ເ​ປັນ​ການ​ປະ​ສານ​ງານ, ເລີ່ມ​ແຕ່ມື້ນີ້​ເປັນ​ຕົ້ນ​ໄປ ຈະ​ເຂົ້າ​ສູ່​ສະ​ໄໝ​ປະ​ສານ​ງານ. ຂໍ​ພຽງ​ແຕ່​ວ່າ​ສອງ​ຝ່າຍ​ເກາະ​ແຂນ​ກັນ​ກ້າວ​ໄປ​ໜ້າ, ກໍ​ບໍ່​ມີ​ຄວາມ​ຫຍຸ້ງ​ຍາກ​ໃດໆ​ທີ່​ຈະ​ຜ່ານ​ຜ່າ​ບໍ່​ໄດ້.