ທ່ານ ມາ​ຮາ​ເ​ທຍ ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ​ມາ​ເລ​ເຊຍ
  2018-05-11 11:02:58  cri
    ຕອນ​ຄ່ຳ​ວັນ​ທີ 10 ພຶດ​ສະ​ພານີ້ ຢູ່​ພະ​ລາ​ຊະ​ວັງ​ແຫ່ງ​ຊາດ, ທ່ານ ມາ​ຮາ​ເ​ທຍ ມູ​ຮາ​ມັດ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ຫາ​ກໍ​ນຳ​ພາ​ພັກ​ຝ່າຍ​ຄ້ານ​ເອົາ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ໃຫຍ່​ມາ​ເລ​ເຊຍນັ້ນ ໄດ້​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີກ​ເທື່ອ​ໜຶ່ງ​ພາຍຫຼັງ 15 ປີ​ແລ້ວ. ການ​ທີ່​ມີ​ອາ​ຍຸ 92 ປີ​ນັ້ນ ເຮັດ​ໃຫ້​ທ່ານ​ກາຍ​ເປັນ​ຫົວ​ໜ້າ​ລັດ​ຖະ​ບານ​ທີ່​ອາ​ຍຸ​ສູງ​ສຸດ​ໃນ​ໂລກ​ປັດ​ຈຸ​ບັນ.

    ທ່ານ ມາ​ຮາ​ເ​ທຍ ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ເວ​ລາ 22 ປີ​ຄື​ແຕ່​ປີ 1981-2003, ​ເຊິ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເວ​ລາ​ຍາວ​ທີ່​ສຸດ​ຂອງ​ມາ​ເລ​ເຊຍ. ໃນ​ໄລ​ຍະ​ເປັນ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ທ່ານ​ໄດ້​ສຸມ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ການ​ສ້າງ​ສາ​ທີ່​ທັນ​ສະ​ໄໝ​ຂອງ​ຊາດ ເຊິ່ງ​ໄດ້​ຖືກຍອມຮັບແລະ​ເຄົາ​ລົບ​ຈາກ​ຊາວ​ມາ​ເລ​ເຊຍ​ຢ່າງຫຼວງຫຼາຍ.