ເຄືອ​ຂ່າຍ​ໄຟ​ຟ້າ​ພາກ​ໃຕ້​ຈີນ​ເຊື່ອມ​ຕໍ່​ກັບ​ຫວຽດ​ນາມ, ລາວ​ແລະ​ມຽນ​ມາ
  2018-05-11 14:30:20  cri
    ບໍ​ລິ​ສັດ​ເຄືອ​ຂ່າຍ​ໄຟ​ຟ້າ​ພາກ​ໃຕ້​ຈີນ ໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ໜ້າ​ທີ່​ສັງ​ຄົມ 2017 ໃນ​ວັນ​ທີ 10 ພຶດ​ສະ​ພານີ້.

    ບົດ​ລາຍ​ງານ​ດັ່ງ​ກ່າວ​ລະ​ບຸ​ວ່າ, ບໍ​ລິ​ສັດ​ຕົນ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ຕັ້ງ​ໜ້າ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ກັບ​ເຄືອ​ຂ່າຍ​ໄຟ​ຟ້າ​ຂອງ​ປະ​ເທດ​ອ້ອມ​ຂ້າງ ແລະ ການ​ຮ່ວມ​ມືດ້ານ​ພະ​ລັງ​ໄຟ​ຟ້າ​ກັບ​ຮົງ​ກົງ​ແລະ​ມາ​ກາວ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ທ້ອງ​ຖິ່ນ. ປັ​ດ​ຈຸ​ບັນ, ບໍ​ລິ​ສັດ​ຕົນ​ໄດ້​ບັນ​ລຸ​ການ​ເຊື່ອມ​ຕໍ່​ກັບ​ເຄືອ​ຂ່າຍ​ໄຟ​ຟ້າ​ຂອງ​ຫວຽດ​ນາມ, ລາວ ແລະ​ມຽນ​ມາ​ແລ້ວ. ມາ​ຮອດ​ທ້າຍ​ປີ 2017, ການ​ຄ້າ​ພະ​ລັງ​ໄຟ​ຟ້າ ໄດ້​ບັນ​ລຸ​ເຖິງ 51,65 ຕື້​ກິ​ໂລ​ວັດ​ໂມງ ໂດຍ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຊຸກ​ຍູ້​ການ​ຈັດ​ສັນ​ຊັບ​ພະ​ຍາ​ກອນ​ໃນ​ພາກ​ພື້ນ​ໃຫ້​ດີກວ່າ​ເກົ່າ.

    ໃນ​ນັ້ນ, ​ໂຄງ​ການ BOT ໄລ​ຍະ​ໜຶ່ງ​ຂອງໂຮງ​ໄຟ​ຟ້າ​ຖ່ານ​ຫີນ​ວິງ​ຕັນ​ຫວຽດ​ນາມ ແລະ ໂຄງ​ການ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ນ້ຳ​ທາ​ເລກ​ໜຶ່ງ​ຂອງ​ລາວ ​ສາ​ມາດ​ປະ​ຕິ​ບັດ​ມາ​ໄດ້ຫຼາຍກວ່າ 90% ແລ້ວ.