ດຳ​ເນີນໂຄງ​ການ​ຮ່ວມ​ມື​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລະ​ຫວ່າງ​ຈີນ-ກຳ​ປູ​ເຈຍ
  2018-05-12 16:39:23  cri
ພິ​ທີ​ເລີ່ມ​ໂຄງ​ການ​ຮ່ວມ​ມື​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລະ​ຫວ່າງ​ຈີນ-ກຳ​ປູ​ເຈຍ​ໄດ້​ຈັດ​ຂຶ້ນ​ຢູ່​ເຂດ​ບາ​ຕີ​ແຂວງ​ຕາ​ແກ້ວ​ແລະ​ເຂດ​ເປ​ຣ​ຊາ​ນະ​ຄອນ​ພະ​ນົມ​ເປັນ​ຂອງ​ກຳ​ປູ​ເຈຍ​ໃນ​ວັນ​ທີ 10 ແລະ​ວັນ​ທີ 11 ພຶດ​ສະ​ພານີ້ຕາມ​ລຳ​ດັບ.

ທ່ານ​ອຸ​ຈ​ ເພຍ ເຈົ້າ​ແຂວງ​ແຂວງ​ຕາ​ແກ້ວ​ຂອງ​ກຳ​ປູ​ເຈຍ​ໄດ້​ສະ​ແດງ​ຄວາມຂອບ​ໃຈຢ່າງ​ສຸດ​ອົກ​ສຸດ​ໃຈ​ຕໍ່​ຄວາມ​ຊ່ວຍ​ເຫຼືອ​ຈາກ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ຂອງ​ຈີນ. ທ່ານ​ກ່າວ​ວ່າ: ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ຂອງ​ຈີນ​ດຳ​ເນີນໂຄງ​ການ​ຮ່ວມ​ມື​ດ້ານ​ຊີ​ວິດ​ກາ​ນ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນຢູ່​ກຳ​ປູ​ເຈຍ, ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ຕໍ່​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ໃຫ້​ດີ​ຂຶ້ນ.

ທ່ານ​ຫຼີວ​ໄຂ​ຢາງ ຮອງ​ຫົວ​ໜ້າ​ເລ​ຂາ​ທິ​ການ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ແລກ​ປ່ຽນ​ລະ​ຫວ່າງ​ຊາດຂອງ​ອົງ​ການ​ຈັດ​ຕັ້ງ​ພົນ​ລະ​ເຮືອນ​ຈີນ​ກ່າວ​ວ່າ: ເທື່ອນີ້​ອົງ​ການ​ຈັດ​ຕັ້ງ​ພົນ​ລະ​ເຮືອນ​ຈີນ​ແລະ​ກຳ​ປູ​ເຈຍ​ໄດ້​ເລີ່ມ​ດຳ​ເນີນ 5 ໂຄງ​ການ, ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ໃນ​ໂຄງ​ການ​ລ້ວນ​ແຕ່​ມາ​ຈາກ​ການ​ບໍ​ລິ​ຈາກ​ຂອງ​ບຸກ​ຄົນ​ໃຈ​ບຸນແລະ​ວິ​ສາ​ຫະ​ກິດ​ຈີນ, ທັງ​ນີ້ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ​ແລະ​ຄວາມອວຍ​ພອນ​ອັນ​ດີ​ງາມ​ຂອງ​ປະ​ຊາ​ຊົນ​ຈີນ​ທີ່​ມີ​ຕໍ່​ປະ​ຊາ​ຊົນ​ກຳ​ປູ​ເຈຍ.

ຜ່ານຈາກ 5 ​ໂຄງ​ການ​ຮ່ວມ​ມືດັ່ງ​ກ່າວ, ໄດ້​ຊ່ວຍ​ແກ້​ໄຂ​ບັນ​ຫາ​ນ້ຳ​ດື່ມ​ຂອງ​ຫຼາຍ​ໝື່ນ​ຄອບ​ຄົວ, ເຮັດ​ໃຫ້​ນັກ​ຮຽນ​ປະ​ຖົມ​ມີ​ເຄື່ອງ​ໃຊ້​ໃນ​ການ​ຮຽນ, ໄດ້​ແກ້​ໄຂ​ບັນ​ຫາ​ນຳ​ໃຊ້​ໄຟ​ຟ້າ​ຂອງ​ປະ​ຊາ​ຊົນ​ທ້ອງ​ຖິ່ນ.

ວັນ​ທີ 11 ພຶດ​ສະ​ພານີ້, ສະ​ມາ​ຄົມ​ສົ່ງ​ເສີມ​ການ​ແລກ​ປ່ຽນ​ລະ​ຫວ່າງ​ຊາດ​ຂອງ​ອົງ​ການ​ຈັດ​ຕັ້ງ​ພົນ​ລະ​ເຮືອນ​ຈີ​ນ​ກັບ​ເວ​ທີ​ປຶກ​ສາ​ຫາ​ລື​ສະ​ຫະ​ພັນ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ພົນ​ລະ​ເຮືອນ​ກຳ​ປູ​ເຈຍ​ໄດ້​ຮ່ວມ​ກັນ​ຈັດ​ພິ​ທີ​ເຊັນ​ສັນ​ຍາ​ໂຄງ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ອົງ​ການ​ຈັດ​ຕັ້ງ​ພົນ​ລະ​ເຮືອນ​ຈີນ-ກຳ​ປູ​ເຈຍ​ຢູ່​ພະ​ນົມ​ເປັນ. ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ຈີນ 10 ແຫ່ງ​ເຊິ່ງ​ລວມ​ທັງ​ກອງ​ທຶນ​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຂອງ​ຈີນ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື​ຫຼື​ບົດ​ບັນ​ທຶກ​ຊ່ວຍ​ຈຳ 11 ສະ​ບັບ​ກັບເວ​ທີ​ປຶກ​ສາ​ຫາ​ລື​ສະ​ຫະ​ພັນ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ພົນ​ລະ​ເຮືອນ​ກຳ​ປູ​ເຈຍ ເຊິ່ງ​ມີເນື້ອ​ໃນ​ກ່ຽວ​ພັນ​ເຖິງຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໂດຍ​ພື້ນ​ຖານ ການ​ປິ່ນ​ປົວ ການ​ສຶກ​ສາ ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ ການ​ປົກ​ປ້ອງ​ເດັກ​ນ້ອຍ ການ​ແລກ​ປ່ຽນ​ດ້ານ​ອາ​ສາ​ສະ​ໝັກແລະ​ຂົງ​ເຂດ​ອື່ນໆ.