ຊະ​ນະ​ເລີດ​ໃນ​ການ​ແຂ່ງ​ຂັນ ຂົວ​ພາ​ສາ​ຈີນ ເຂດ​ແຂ່ງ​ຂັນ​ຟິ​ລິບ​ປິນ​ ກ່າວ​ວ່າ: ຍິນ​ດີ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ຈີນ​ກັບ​ຟີລິບ​ປິນ
  2018-05-12 17:19:34  cri
ວັນ​ທີ 11 ພຶດ​ສະ​ພາ​ນີ້, ການ​ແຂ່ງ​ຂັນຮອບ​ຊີງ​ຊະ​ນະ​ເລີດ​ຂອງ​ການ​ແຂ່ງ​ຂັນ​ພາ​ສາ​ຈີນ​ ຂົວ​ພາ​ສາ​ຈີນ ຂອງ​ນັກ​ສຶກ​ສາ​ທົ່ວ​ໂລກ​ຄັ້ງ​ທີ 17 ​​ຢູ່ເຂດ​ແຂ່ງ​ຂັນ​ຟິ​ລິບ​ປິນ​ໄດ້​ສິ້ນ​ສຸດ​ລົງ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ອັນ​ເຈີ​ລິ​ສ ຢູ​ນິ​ເວິ​ຊິ​ຕີ ​ຝັງ​ເດ​ເຊນ​(Angles University Foundation) ທີ່​ນະ​ຄອນອັນ​ເຈີ​ລິ​ສ.

ນາງ ເພີ​ເຊຍ ທີ ອາ​ດິວ ທີ່​ມາ​ຈາກ​ສະ​ຖາ​ບັນ​ຂົງ​ຈື້​ຂອງ ມະ​ຫາ​ວິ​ທະ​ຍາ​ໄລ ​ດັ່ງ​ກ່າວ ຊີງ​ໄດ້​ແຊມ​ປຽນ. ນາງ​ຫວັງ​ວ່າ ເມື່ອ​ຮຽນ​ຈົບ​ແລ້ວ ​ຈະສາ​ມາດເປັນ​ຄູ​ສອນ​ພາ​ສາ​ຈີນ, ໃຫ້​ປະ​ຊາ​ຊົນ​ຟີລິບ​ປິນ​ເຂົ້າ​ໃຈ​​ປະ​ເທດຈີນ​ແລະ​ປະ​ຊາ​ຊົນ​ຈີນ​ຫຼາຍກວ່າ​ເກົ່າ​ໂດຍ​ຜ່ານ​ຄວາມ​ພະ​ຍາ​ຍາມ​ຂອງ​ຕົນ. ພ້ອມ​ກັນ​ນັ້ນ, ນາງ​ຍັງ​ຫວັງ​ວ່າ, ເມື່ອ​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ແລ້ວ ​ຈະ​ມີ​ໂອ​ກາດ​ໄປ​ຮຽນ​ຕໍ່​ຢູ່​ຈີນ.

ຂ່າວ​ແຈ້ງວ່າ, ຕໍ່​ໄປ, ນາງເພີ​ເຊຍ ຈະ​ຕາງ​ໜ້າ​ຟິ​ລິບ​ປິນ​ໄປ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຮອບ​ຊີ​ງ​ຊະ​ນະ​ເລີດ​ຂອງ​ການ​ແຂ່ງ​ຂັນ "ຂົວ​ພາ​ສາ​ຈີນ" ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊາງ​ຊ່າ​ແຂວງ​ຫູ​ນານ​ຂອງ​ຈີນ. ນາງບອກ​ນັກ​ຂ່າວ​ວ່າ, ຕົນ​ຄອງ​ຄອຍ​ທີ່​ສຸດ​ທີ່​​ຈະ​ໄປ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຢູ່​ຈີນ, ຫວັງ​ວ່າ, ຈະ​ສາ​ມາດ​ຮູ້​ຈັກ​​ກັບເພື່ອນ​ມິດ​ຈີນ​ຜູ້​ໃໝ່​ ​ແລະ​ແບ່ງ​ປັນ​ຄວາມ​ຮູ້​ກ່ຽວ​ກັບວັດ​ທະ​ນະ​ທຳ​ຂອງ​​ຟີລິບ​ປິນ​ກັບ​ເຂົາ​ເຈົ້າ.