ສ​ປ​ປ ເກົາ​ຫຼີ ປະ​ກາດ​ວ່າຈະ​ປິດ​ສະ​ຖານ​ທີ່​ທົດ​ລອງ​​ນີວ​ເຄຼຍ​ພາກ​ເໜືອ​ໃນ​ທ້າຍ​ເດືອນ​ພຶດ​ສະ​ພານີ້
  2018-05-13 17:00:42  cri
ວັນ​ທີ 12 ພຶດ​ສະ​ພານີ້, ຂ່າວ​ສານ​ສູນ​ກາງ​ ສ​ປ​ປ ເກົາ​ຫຼີ ໄດ້​ນຳ​ເອົາ​ຖະ​ແຫຼງ​ການ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ​ປ​ປ ເກົາ​ຫຼີ​ມາ​ລາຍ​ງານ​ວ່າ: ຄາດ​ວ່າ, ພິ​ທີ​ປິດ​ສະ​ຖານ​ທີ່​ທົດ​ລອງ​ນີວ​ເຄຼຍ​ພາກ​ເໜືອສ​ປ​ປ ເກົາ​ຫຼີ​ຈະ​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 23 ຫາ 25 ພຶດ​ສະ​ພານີ້ຕາມ​ສະ​ພາບ​ອາ​ກາດ, ແລະ​ອະ​ນຸ​ຍາດ​ໃຫ້ນັກ​ຂ່າວ​ຕ່າງ​ປະ​ເທດມາ​ເອົາ​ຂ່າວ​ໃນ​ພິ​ທີດັ່ງ​ກ່າວ.

ຖະ​ແຫຼງ​ການ​ຂຽນ​ວ່າ: ເມື່ອ​ຮອດ​ເວ​ລານັ້ນ, ຈະ​ໃຊ້​ລູກ​ລະ​ເບີດ​ເຮັດ​ໃຫ້ສິ່ງກໍ່​ສ້າງ​ໃນ​ສະ​ຖານ​ທີ່​ທົດ​ລອງນີວ​ເຄຼຍ​ມ້າງ​ເພ​ທຳ​ລາຍ, ພາຍ​ຫຼັງ​ໄດ້​ປິດ​ປະ​ຕູ​ເຂົ້າ​ແລ້ວ, ຍັງ​ຈະ​ມ້າງ​ອຸ​ປະ​ກອນ​ຕິດ​ຕາມ​ວັດ​ແທກ ສຳ​ນັກ​ງານ​ຄົ້ນ​ຄວ້າ​ແລະ​ສິ່ງກໍ່​ສ້າງກອງ​ທະ​ຫານ​ຮັກ​ສາຢູ່​ໜ້າ​ດິນ​ໃຫ້​ທຳ​ລາຍ​ໝົດ, ນອກນີ້, ຍັງ​ຈະ​ຖອນ​ທະ​ຫານ​ແລະ​ນັກ​ຄົ້ນ​ຄວ້າ​ອອກ​ໄປ, ແລະ​ປິດ​ບໍ​ລິ​ເວນ​ສະ​ຖານ​ທີ່​ທົດ​ລອງ​ນີວ​ເຄຼຍ​ທັງ​ໝົດ.