ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ລາວ​ຄັ້ງ​ທີ 9 ຈັດ​ຂຶ້ນ​ຢູ່​ວຽງ​ຈັນ
  2018-05-13 14:40:08  cri
ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ລາວ​ຄັ້ງ​ທີ 9 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງວຽງ​ຈັນ​ແຫ່ງ ສ​ປປ ລາວ​ໃນ​ວັນ​ທີ 11 ພຶດ​ສະ​ພາ​ນີ້​, ຜູ້​ແທນ​ສອງ​ຝ່າຍ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ສະຫຼຸບ​ຮອບ​ດ້ານ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ຂອງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ ທັງ​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ການ​ສືບ​ຕໍ່​ປະ​ຕິ​ບັດ​ວຽກ​ງານ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ບາດ​ກ້າວ​ຕໍ່​ໄປ.

ສອງ​ຝ່າຍ​ເຫັນ​ດີ​ນຳ​ໃຊ້​ມາດ​ຕະ​ກ​ານ​ທີ່​ຕັ້ງ​ໜ້າ​ເພື່ອ​ເປີດກວ້າງ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ ແລະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ຂະ​ໜາດ​ໃຫຍ່​ໃນ​ຂອບ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ຕັ້ງ​ໜ້າ​ຊຸກ​ຍູ້​ການ​ກໍ່​ສ້າງ​ແລວ​ທາງ​ເສດ​ຖະ​ກິດ​ຈີນ-ລາວ, ສືບ​ຕໍ່​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ໃກ້​ຊິດ​ເພື່ອ​ຮັບ​ປະ​ກັນ​​ໃຫ້ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​​ໄດ້​ຮັບ​ການປະ​ຕິ​ບັດເປັນ​ຢ່າງ​ດີ.

ສອງ​ຝ່າຍ​ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ເຫັນ​ຈີນ​ລົງ​ທຶນ​ຢູ່​ລາວ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ຈີນ​ເປັນ​ແຫຼ່ງ​ທີ່​ມາ​ຂອງ​ທຶນ​ຕ່າງ​ປະ​ເທດ​ໃຫຍ່​ທີ່​ສຸດ​ຂອງ​ລາວ ເຊິ່ງ​ການ​ລົງ​ທຶນ​ຂອງ​ຈີນ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ເສດ​ຖະ​ກິດ​ສັງ​ຄົມ​ລາວ​​ໃຫ້​ມີ​ການພັດ​ທະ​ນາ​​ແບບຍືນ​ຍົງ. ຈີນ​ຍິນ​ດີ​ສືບ​ຕໍ່​ຊ່ວຍ​ເຫຼືອ​ລາວ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ​ແລະພິ​ຈາ​ລະ​ນາ​ປ່ອຍ​ເງິນ​ກູ້​ໃຫ້​ໂຄງ​ການ​ທີ່​ໄດ້​ມາ​ດ​ຕະ​ຖານ​​ເພື່ອ​​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ສັງ​ຄົມ​ລາວ. ຝ່າຍ​ລາວ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ຝ່າຍ​ຈີນ​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼື​ອ​ແລະ​ສະ​ໜັບ​ສະ​ໜູນ​ອັນ​ປະ​ເສີດ​ແກ່​ລາວ​ໃນ​ໄລ​ຍະ​ຍາວ​ນານ​ມາ​ນີ້.

ສອງ​ຝ່າຍ​ຍິນດີ​ລົງ​ເລິກ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ພາຍ​ໃນ​ຂອບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ແລະ​ລົງ​ເລິກ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ-ລາວ. ພາຍ​ໃຕ້​ການ​ຊີ້​ນຳ​ຈາກ​ຍຸດ​ທະ​ສາດ​ຂອງ​ຜູ້​ນຳ​ສອງ​ປະ​ເທດ​ພາຍ​ໃຕ້​ການ​ຊີ້​ນຳ​ຈາກ​ດ້ານ​ຍຸດ​ທະ​ສາດ​ຂອງ​ຜູ້​ນຳ​ສອງ​ປະ​ເທດ.