ຈີນ-ກຳ​ປູ​ເຈຍ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ປະ​ຕິ​ບັດ​ກົດ​ໝາຍ
  2018-05-13 15:41:24  cri
ການ​ພົບ​ປະລະ​ດັບ​ກະ​ຊວງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ປະ​ຕິ​ບັດ​ກົດ​ໝາຍ​ລະ​ຫວ່າງ​ພາກ​ສ່ວນປະ​ຕິ​ບັດ​ກົດ​ໝາຍ​ຈີນ-ກຳ​ປູ​ເຈຍ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ​ຂອງກຳ​ປູ​ເຈຍ​ໃນ​ວັນ​ທີ 12 ພຶດ​ສະ​ພາ​ນີ້, ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ກັນ​ເຫັນ​ດີ​ຊຸກ​ຍູ້​ສາຍ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຄວາມ​​ກ່ຽວ​ກັບ​ການປະ​ຕິ​ບັດ​ກົດ​ໝາຍ​​ເພື່ອ​ຄວາມ​ໝັ້ນ​ຄົງຈີນ-ກຳ​ປູ​ເຈຍ​ໃນ​ຍຸກ​ໃໝ່.

ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ສ້າງ​ກົນ​ໄກ​ຮ່ວມ​ມື​ປາບ​ປາມ​ອາ​ຊະ​ຍາ​ກຳ​ພະ​ນັນ​ຂ້າມ​ຊາດ, ຮ່ວມ​ກັນ​ປາບ​ປາມ​ອາ​ຊະ​ຍາ​ກຳ​ພະ​ນັນ​ທາງ​ອິນ​ເຕີ​ເນັດ​ຂ້າມ​ຊາດ; ສ້າງ​​ກົນ​ໄກ​ຮ່ວມ​ມື​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​ໂຄງ​ການ​ກໍ່​ສ້າງ​ສຳ​ຄັນ​ໃນ​ຂອບ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"; ຮ່ວມ​ກັນ​ປ້ອງ​ກັນ​ແລະ​ໂຈມ​ຕີ​ການ​ເຂົ້າ​ອອກ​ເມືອງ​ຢ່າງ​ຜິດ​ກົດ​ໝາຍ​ແລະ​ອາ​ຊະ​ຍາ​ກຳ​ຄ້າ​ຂາຍ​ມະ​ນຸດ​ຂ້າມ​ຊາດ, ສ້າງກົນ​ໄກ​ປະ​ຕິ​ບັດ​ງານ​ໄລ່​ລ້າ​ອາ​ຊະ​ຍາ​ກອນ​ທີ່​ໂຕນ​ໜີ​ໄປ​ຕ່າງ​ປະ​ເທດ;​ບູ​ລະ​ນະ​ກົນ​ໄກ​ພົວ​ພັນ​ວຽກ​ງານ​ປາບ​ປາມ​ຢາ​ເສບ​ຕິດ​ໃຫ້​​ໄດ້​ຮັບການ​ປະ​ຕິ​ບັດ​ເປັນ​ຢ່າງ​ດີ, ສືບ​ຕໍ່​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ປາບ​ປາມ​ຢາ​ເສ​ບ​ຕິດ​ຮ່ວມ​ເພື່ອ​ຮັກ​ສາ​ຄວາມ​ສະ​ຫງົບ​ທາງ​ນ້ຳ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ແລະ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ; ຮ່ວມ​ກັນ​ຮັບ​ມື​ແລະ​ຕໍ່​ຕ້ານ​ການ​ເຄື່ອນ​ໄຫວ​ຜິດ​ກົດ​ໝາຍ​ທາງ​ອິນ​ເຕີ​ເນັດ, ຮ່ວມ​ກັນ​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ຕໍ່​ຕ້ານ​ອາ​ຊະ​ຍະ​ກຳຫຼອກ​ລວງ​ທາງ​ໂທ​ລະ​ຄົມ.