ນາຍົກລັດຖະມົນຕີມາ​ເລ​ເຊ​ຍອອກດຳລັດຫ້າມ​ທ່ານ​ນາ​ຈິ​ບອອກ​ໄປ​ຕ່າງປະ​ເທດ
  2018-05-13 16:07:47  cri
ວັນ​ທີ 12 ພຶດສະພາ​ນີ້, ທ່ານ​ມາ​ຮາ​ເຕຍ ປິນ ​ໂມ​ຮາ​ມັດ ນາຍົກລັດຖະມົນຕີມາ​ເລ​ເຊຍ​ໄດ້​ຢືນຢັນ​ວ່າ: ​ໄດ້​ອອກ​ດຳ​ລັດຫ້າມ​ທ່ານ​ນາຈິບ ຕູນ ຣາຊັກ ​ອະດີດ​ນາຍົກລັດຖະມົນຕີມາ​ເລ​ເຊຍທີ່​ຫາ​ກໍ່​ອອກ​ຈາກ​ຕຳ​ແໜ່​ງ ​ພ້ອມດ້ວຍ​ພັນ​ລະ​ຍາ​ອອກ​ໄປ​ຕ່າງປະ​ເທດ. ​ເມື່ອ​ມີ​ກຂ່າວ​ຖາມ​ເຖິງ​ສາ​ເຫດ, ທ່ານ​ມາຣາ​ເຕຍກ່າວ​ວ່າ: ​ເນື່ອງຈາກ​ມີຄຳ​ກ່າວ​ຟ້ອງ​ທີ່​​ແນ​ໃສ່ທ່ານ​ນາ​ຈິບຈຳນວນ​ຫຼາຍ, ສະ​ນັ້ນ ຕ້ອງ​ດຳ​ເນີນ​ການ​ສຳ​ຫຼວດ, ຖ້າ​ການ​ກ່າວ​ຟ້ອງຖືກຕ້ອງ​ຕາມ​ຄວາມ​ຈິງ, ລັດຖະບານຕ້ອງ​​ດຳ​ເນີນ​ການ​ເຄື່ອນ​ໄຫວ​ໃນ​ທັນທີ.

​ຫຼັງຈາກ​ນັ້ນ, ​ທ່ານນາ​ຈິບ​ໄດ້​ກ່າວຜ່ານ​ທາງ​ສື່​ສັງຄົມ​ວ່າ: ​ໄດ້​ຮັບ​ແຈ້ງ​ການດັ່ງກ່າວ ​ແລະ​​ຈະ​ເຄົາລົບ​ຂໍ້​ຕົກລົງ​ດັ່ງກ່າວ, ຢູ່​​ໃນ​ປະ​ເທດ​ກັບ​ຄອບຄົວ.

​ມື້​ດຽວ​ກັນ, ທ່ານ​ນາ​ຈິບ​ໄດ້​ຈັດ​ກອງ​ປະຊຸ​ມ​ຖະ​ແຫຼ​ງຂ່າວ​ຢູ່ສຳນັກງານ​ໃຫຍ່ອົງການ​ເອກະ​ພາບ​ແຫ່ງ​ຊາດ​ມາ​ເລ​ເຊຍ (UMNO) ທີ່​ຕັ້ງ​ຢູ່​ກົວ​ລາ​ລຳ​ເປີ​ໂດຍ​ປະກາດ​ວ່າ​ຈະຮັບຜິດຊອບຕໍ່​ຜົນ​ການ​ເລືອກ​ຕັ້ງ​ໂດຍ​ທົ່ວ​ໄປ, ລາ​ອອກ​ຈາກ​ຕຳ​ແໜ່​ງປະທານ​ແນວ​ໂຮມ​ປະຊາຊົນ​ສະຫະພັນ​ພັກກຳອຳ​ນາດ​ມາ​ເລ​​ເຊຍ (NF) ​ແລະ​ອົງການ​ເອກະ​ພາບ​ແຫ່ງ​ຊາດ​ມາ​ເລ​ເຊຍ​ໃ​ນ​ທັນທີ.

​ແນວ​ໂຮມ​ປະຊາ​ຊົນ​ສະຫະພັນ​ພັກ​ກຳອຳນາດ​ມາ​ເລ​ເຊຍ​ທີ່​ຖື​ອົງການ​​ເອກະ​ພາບແຫ່ງ​ຊາດ​ມາ​ເລ​ເຊ​ຍ​ເປັນ​ໃຈກາງ​ໄດ້​ກຳ​ອຳນາດຢູ່​ມາ​ເລ​ເຊຍ​ເປັນ​ເວລາ​ຍາວ​ນານ, ​ແຕ່​ໄດ້ປະລາ​ໄຊ​ໃນ​ການ​ເລືອກ​ຕັ້ງສະພາ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 9 ພຶດສະພາ​ນີ້, ສະ​ຫະພັນ​ຄວາມຫວັງ​ທີ່​ນຳພາ​ໂດຍ​ທ່ານ​ມາ​ຮາ​​ເຕຍ​ໄດ້ຣັບ​ໄຊຊະນະ, ​ແລ້ວ​ໃນ​ຕອນ​ຄ່ຳ​ວັນ​ທີ 10 ພຶດສະພາ​ນີ້, ທ່ານ​ມາ​ຮາ​​ເຕຍໄດ້​ສາບານ​ຕົວ​ຂຶ້ນດຳລົງ​ຕຳ​​ແໜ່​ງ​ເປັນ​ນາຍົກ​ລັດຖະມົນຕີ​ມາ​ເລ​ເຊຍ.