ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ເພື່ອ​ທ້ອນ​ໂຮມ​ຈີນ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​ຄັ້ງ​ທີ 6 ຈັດ​ຂຶ້ນ​ຢູ່​ມາ​ນີ​ລາ
  2018-05-14 11:48:31  cri

ຂ່າວ​ສານ​ຈີນ​ລາຍ​ງານ​ວ່າ: ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ເພື່ອ​ທ້ອນ​ໂຮມ​ຈີນ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​ຄັ້ງ​ທີ 6 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ມາ​ນີ​ລາ​ຂອງ​ຟີ​ລິບ​ປິນ​ໃນ​ວັນ​ທີ 12 ພຶດ​ສະ​ພາ​ນີ້ ໂດຍ​ການ​ເປັນ​ເຈົ້າ​ພາບ​ຂອງ​ສະ​ມ​າ​ຄົມ​ສົ່ງ​ເສີມ​ການ​ທ້ອນ​ໂຮມ​ຈີນ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​ຟີ​ລິບ​ປິນ ແລະ​ຜູ້​ຕາງ​ໜ້າ​ຈາກ​ແຜ່ນ​ດິນ​ໃຫຍ່​ຈີນ​, ໄຕ້​ຫວັນ,ຮົງ​ກົງ​ຈີນ​ພ້ອມ​ດ່ວຍ​ປະ​ເທດ​ແລະ​ເຂດ​ແຄວ້ນ​ອື່​ນໆ ແລະ​ຊາວ​ຈີນ​ຕ່າງ​ດ້າວ​ຟີ​ລິບ​ປິນ​ 700 ກວ່າ​ທ່ານ​ເຂົ້າ​ຮ່ວ​ມ.

ທ່າ​ນ​ຖານ​ສິງ​ເຊິ່ງ ທີ່​ປຶກ​ສາຂອງສະ​ຖານ​ທູດ​ຈີນ​ປະ​ຈຳ​ຟີ​ລິບ​ປິນ​ໄດ້​ປະ​ກອບ​ຄຳ​ເຫັນ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ວ່າ: ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ຊາວ​ຈີນ​ຕ່າງ​ດ້າວ​ຟີ​ລິບ​ປິນ​ໂດຍ​ມີ​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ທ້ອນ​ໂຮມ​ຈີນ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​ຟີ​ລິບ​ປິນ​ເປັນ​ຜູ້​ຕາງ​ໜ້າ​ນັ້ນ​ໄດ້​ສາ​ມັກ​ຄີ​ແລະ​ທ້ອນ​ໂຮມ​ກຳ​ລັງ​ຊາວ​ຈີນ​ຕ່າງ​ດ້າວ​ຟີ​ລິບ​ປິນ​ຢ່າງຫຼວງຫຼາຍ,ຕັ້ງ​ໜ້າ​ໂຄ​ສະ​ນາ​ແນວ​ຄິດ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ, ເດັດ​ດ່ຽວ​ຕໍ່​ສູ້​ກັບ​ອິດ​ທິ​ກຳ​ລັງ​ແ​ບ່ງ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອ​ກະ​ລາດ​ກໍ​ຄື​ການ​ເຄື່ອນ​ໄຫວ​ກ່ຽວ​ຂ້ອງ​ນັ້ນ ເປັນ​ແນວ​ຮົບ​ເຂັ້ມ​ແຂງ​​ເພື່ອ​ຕໍ່​ຕ້ານ​ການ​ແ​ບ່ງ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອ​ກະ​ລາດ​ເພື່ອ​ສົ່ງ​ເສີມ​​ການ​ທ້ອນ​ໂຮມ​ປະ​ເທດຊາດ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​ຢູ່​ຕ່າງ​ປະ​ເທດ.

ທ່ານ​ຢ​ວີ້​​ສ່ວນ​ຫູ ຫົວ​ໜ້າ​ຫ້ອງ​ການ​ຄົ້ນ​ຄວ້າ​ຂອງ​ສະ​ມາ​ຄົມ​ສົ່ງ​ເສີມການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​ໄດ້​ປະ​ກອບ​ຄຳ​ເຫັນ​​ວ່າ: ເວ​ທີ​ປຶກ​ສາ​ຫາ​ລື​ອາ​ຊີ​ເປັນ​ໜຶ່ງ​ໃນ​ກິດ​ຈະ​ກຳ​ທີ່​ມີ​ຊື່​ສຽງ​ແລະ​ມີ​ຊີ​ວິດ​ຊີ​ວາກວ່າ​ໝູ່​ໃນ​ຂະ​ບວນ​ການ​ຊາວ​ຈີນ​ຕ່າງ​ດ້າວ​ທົ່ວ​ໂລກ​ຕໍ່​ຕ້ານການ​ແບ່ງ​ແຍກ​​ໄຕ້​ຫວັນ​ເປັນ​ເອ​ກະ​ລາດແລະ​ສົ່ງ​ເສີມ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະ​ພາບ​ໂດຍ​ສັນ​ຕິ ເຊິ່ງ​ໄດ້​ກາຍ​ເປັນ​ຂົວ​ຕໍ່​ສຳ​ຄັນ​ໃນ​ການ​ເຊື່ອ​ຕໍ່​ສະ​ມາ​ຄົມ​ສົ່ງ​ເສີມ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ​ພ້ອມ​ດ້ວຍ​ອົງ​ການ​ຈັດ​ຕັ້ງ​ກ່ຽວ​ຂ້ອງ​ໃນ​ບັນ​ດາ​ປະ​ເທດ​ອາ​ຊີ, ກາຍ​ເປັນ​ເວ​ທີ​ສຳ​ຄັນ​ແຫ່ງ​ການ​ແລກ​ປ່ຽນ​ແນວ​ຄິດ​ທ້ອນ​ໂຮມ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ຜູ້​ມີ​ອຸ​ດົມ​ການ​ສູງ​ສົ່ງ​ຂອງ​ ໄຕ້​ຫວັນ,ຮົງ​ກົງ,ມາ​ກາວກໍ​ຄື​ຕ່າງ​ປະ​ເທດ, ເປັນ​ເວ​ທີ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ຂະ​ຫຍາຍ​ຕົວ​ຂອງ​ຂະ​ບວນ​ການ​ຊາວ​ຈີນ​ຕ່າງ​ດ້າວ​ຕໍ່​ຕ້ານ​ການ​ແບ່ງ​ແຍກ​​ໄຕ້​ຫວັນ​ເປັນ​ເອ​ກະລາດ​ແລະ​ສົ່ງ​ເສີມ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ໂດຍ​ສັນ​ຕິ.