ເກີດ​ເຫດ​ລະ​ເບີດ​ຢູ່ໂບດ​ 3 ແຫ່ງ​ຂອງ​ອິນ​ໂດ​ເນ​ເຊຍ ສົ່ງ​ຜົນ​ເຮັດ​ໃຫ້ປະ​ຊາ​ຊົນ​​ເສຍ​ຊີ​ວິດ​ແລະບາດ​ເຈັບ 46 ຄົນ
  2018-05-14 16:48:03  cri
ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ອິນ​ໂດ​ເນ​ເຊຍ​ກ່າວ​ໃນ​ວັນ​ທີ 13 ພຶດ​ສະ​ພາ​ນີ້​ວ່າ, ໃນ​ຕອນ​ເຊົ້າ​ມື້​ດັ່ງ​ກ່າວ, ໂບດ​ 3 ແຫ່ງ​ຢູ່​ເມືອງ​ຊຸ​ຣະ​ບາ​ຢາ ເທດ​ສະ​ບານ​ແຂວງ​ຈາ​ວາ​ຕາ​ເວັນ​ອອກ​ໄດ້​ຖືກ​​​ໂຈມ​ຕີ​ດ້ວຍລະ​ເບີດ​ແບບ​ສະ​ຫຼະ​ຊີບ​ຕາມ​ລຳ​ດັບ ສົ່ງ​ຜົນ​ເຮັດ​ໃຫ້​ມີ​ປະ​ຊາ​ຊົນ​ເສຍ​ຊີ​ວິດ 8 ຄົນ,​ແລະບາດ​ເຈັບ​ 38 ຄົນ.

ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ທ້ອງ​ຖິ່ນ​ກ່າວ​ຕື່ມ​ວ່າ,ໄດ້​ມີ​ຕຳ​ຫຼວດ​ທີ່​ຍາມ​ຢູ່​ໂບດ​ດັ່ງ​ກ່າວ​ເສຍ​ຊີ​ວິດ 2 ຄົນ. ຜົນ​ການກວດ​ກາ​ໃນ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ້​ເຫັນວ່າ, ການ​ໂຈມ​ຕີ​ດັ່ງ​ກ່າວ​ແມ່ນການ​ໂຈມ​ຕີ​ແບບ​ສະ​ຫຼະ​ຊີບ ເຊິ່ງ​ຜູ້​ກໍ່​ເຫດ​ໄດ້​ຂັບ​ລົດ​ຈັກ​ແລະ​ລົດໃຫຍ່,​​ເຮັດ​ຜູ້​ກໍ່​ເຫດເສຍ​ຊີ​ວິດທັນ​ທີ.ໃນ​ມື້​ດັ່ງ​ກ່າວ ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​​ໄດ້​ຈັບ​ຕົວ​ຜູ້​ຕ້ອງ​ສົງ​ໄສ​​ຜູ້​ໜຶ່ງ​ທີ່ພວມ​ກຽມ​ຈະ​ໂຈມ​ຕີ​ໂບດ​ອີກ​ແຫ່ງ​ໜຶ່ງ. ​ມາ​ຮອດ​ປັດ​ຈຸ​ບັນນີ້, ຍັງ​ບໍ່​ມີ​ອົງ​ການ​ຫຼື​ບຸກ​ຄົນ​ໃດໆ​ປະ​ກາດ​​ວ່າ​ເປັນ​ຜູ້ກໍ່​ເຫດ​ດັ່ງ​ກ່າວ.