ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ໄທ​ຢຶດຢາ​ເສບ​ຕິດ​ທີ່​ມີ​ມູນ​ຄ່າ​ເຖິງ 1 ຕື້​ບາດ
  2018-05-14 16:48:03  cri
ສື່ມວນ​ຊົນ​ໄທ​ລາຍ​ງານ​ໃນ​ວັນ​ທີ 12 ພຶດ​ສະ​ພາ​ນີ້​ວ່າ, ຫວ່າງ​ມໍ່ໆ​ມາ​ນີ້, ເຈົ້າ​ໜ້າ​ທີ່​ຕຳ​ຫຼວດ​ໄທ​ໄດ້​ລັດ​ສະ​ກັດ​ລົດ​​ທີ່​ຕ້ອງ​ສົງ​ໄສ 4 ຄັນ​ຢູ່​ນະ​ຄອນ​ຫຼວງ​ບາງກອກ, ແລະຍຶດ​ຢາ​ບ້າໄດ້ 10 ລ້ານ​ເມັດ, ຢາ​ໄອ​ສ໌​ເກືອບ 400 ກິ​ໂລ, ປືນ​ສັ້ນ 2 ​ບອກ ແລະ​ສິ່ງ​ຜິດ​ກົດ​ໝາຍ​ອື່ນໆ ເຊິ່ງ​ລວມ​ມູນ​ຄ່າ​ເຖິງ 1 ຕື້​ບາດ.

ກົມ​ຕຳ​ຫຼວດ​ແຫ່ງ​ຊາດ​ໄທ​ກ່າວ​ວ່າ, ການ​ເຄື່ອນ​ໄຫວ​ໃນ​ຄັ້ງ​ນີ້ສາ​ມາດ​ຈັບ​ຕົວ​ຜູ້​ຕ້ອງ​ສົງ​ໄສ​ໄດ້ 6 ຄົນ, ເຂົາ​ເຈົ້າ​ໄດ້​ຖືກ​ສົງ​ໄສ​​ວ່າມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ຮັບ​ເງິນ​ຈາກ​ຜູ້​ຄ້າ​ຂາຍ​ຢາ​ເສບ​ຕິດ 6 ໝື່ນ​ຫາ 3 ແສນ​ບາດ,ແລ້ວ​ຮັບ​ຜິດ​ຊອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ໄປ​ຮອດ​ບ່ອນ​ທີ່​ນັດໝາຍ​ໄວ້. ຕຳ​ຫຼວດ​ໄທ​​ກຽມຈະ​ຮ້ອງ​ຟ້ອງ​ເຂົາ​ເຈົ້າ​ຕໍ່​ສານ​ໃນ​ຂໍ້​ຫາ​​ມີ​ຢາ​ເສບ​ຕິດ​ໄວ້​​ໃນ​ຄອບ​ຄອງຢ່າງຜິດ​ກົດ​ໝາຍ,ຖື​ປືນ​ຢູ່​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ໂດຍ​ບໍ່​ໄດ້​ຮັບ​ການ​ອະ​ນຸ​​​ຍາດແລະ​ໂທດ​ອື່ນໆ. ປັດ​ຈຸ​ບັນ, ຄະ​ດີ​ດັ່ງ​ກ່າວ​ຍັງ​ຢູ່​ໃນ​ການ​ສືບ​ສວນ​ຕື່ມ​ອີກ.

ໃນ​ຊຸມ​ປີ​ຜ່ານ​ມາ, ເຖິງວ່າ​ໄທ​ໄດ້​ເລັ່ງ​ລັດ​​ປາບ​ປາມຜູ້​ກໍ່​ອາ​ຊະ​ຍາ​ກຳ​ດ້ານ​ຢາ​ເສບ​ຕິດ​ກໍ່​ຕາມ,ແຕ່​ສະ​ພາບ​ດັ່ງ​ກ່າວຍັງ​ມີ​ຄວາມ​ເຄັ່ງ​​ຕຶງຄື​ເກົ່າ. ​ຕາມສະ​ຖິ​ຕິ​ຈາກ​ຄະ​ນະ​ກຳ​ມະ​ການ​ປາບ​ປາມ​​ຢາ​ເສບ​ຕິດ​ຂອງ​ໄທ​ສະ​ແດງ​ໃຫ້​ເຫັນ​ວ່າ,​ ປີ 2017, ຕຳ​ຫຼວດ​ແລະ​ທະ​ຫານ​ໄທໄດ້​ຊຳ​ລະ​ຄະ​ດີ​ການ​ຄ້າ​ຂາຍ​ຢາ​ເສບ​ຕິດ​ຢູ່​ທົ່ວ​ປະ​ເທດ​ປະ​ມານ 260.000 ຄະ​ດີ.