ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຊົມ​ເຊີຍ​ຕໍ່​ອີ​ຣັກ​ຈັດ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ
  2018-05-14 16:48:00  cri
ວັນ​ທີ 13 ພຶດ​ສະ​ພາ​ນີ້, ​ໂຄ​ສົກທ່ານ ອານ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ໌ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ ໂດຍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ອີ​ຣັກ​ທີ່ຈັດ​ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ.

ຖະ​ແຫຼງ​ການ​​ລະ​ບຸວ່າ, ການ​ເລືອກ​ຕັ້ງ​ດັ່ງ​ກ່າວ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ຄືບ​ໜ້າ​ອີກເທື່ອ​ໜຶ່ງ​ໃນ​ຂະ​ບວນ​ການ​ສ້າງ​ປະ​ຊາ​ທິ​ປະ​ໄຕ​ຂອງ​ອີ​ຣັກ​ພາຍ​ຫຼັງ​ໄດ້​​ຊະ​ນະ​​ການ​ໂຈມ​ຕີຈາກ​ກຸ່ມ​ຫົວ​ຮຸນ​ແຮງ IS ແລ້ວ.

ທ່ານ ກູ​ເຕີ​ເຣັ​ສ​ ໄດ້​ຮຽກ​ຮ້ອງ​ໃຫ້​ບຸກ​ຄົນ​ການ​ເມືອງ​ກໍ່​ຄື​ຜູ້​ສະ​ໜັບ​ສະ​ໜູນ​ອີ​ຣັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ມີ​ຄວາມ​ໂປ່ງ​ໃສໃນ​ຂະ​ບວນ​ການ​ນັບ​ຄະ​ແນນ​ສຽງ. ທ່ານ​ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້​ບຸ​ກ​ຄົນ​ການ​ເມືອງ​ຂອງ​ອີ​ຣັກ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ດ້ານ​ການ​ເລືອກ​ຕັ້ງ​ໂດຍ​ຜ່ານ​ຊ່ອງ​ທາງ​ກົດ​ໝາຍ,ພ້ອມ​ທັງ​​ຈັດ​ຕັ້ງລັດ​ຖະ​ບານ​​ໂດຍ​ໄວ​ເທົ່າ​ທີ່​​ຈະ​ໄວ​ໄດ້. ຖະ​ແຫຼງ​ການ​ລະ​ບຸ​​ຕື່ມວ່າ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຍິນ​ດີ​ສືບ​ຕໍ່​ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ປະ​ຊ​າ​ຊົນ​ແລະ​ລັດ​ຖະ​ບານ​ອີ​ຣັກ.