​ເມືອງ​ມູ​ເຊ​ປະ​ເທດ​ມຽນມ​າ​ເກີດ​ການ​ໂຈມ​ຕີຈາກ​ກຸ່ມ​ປະກອບ​ອາວຸດ ​ເຮັດ​ໃຫ້​ມີປະ​ຊາ​ຊົນເສ​ຍຊີວິດ 19 ຄົນ
  2018-05-14 16:58:57  cri
ວັນ​ທີ 12 ພຶ​ດສະພາ​ນີ້, ກອງ​ບັນຊາ​ການ​ກອງທັບ​ປ້ອງ​ກັນ​ປະ​ເທດ​ມຽນມາ​ຢືນຢັນ​ວ່າ: ຕອນ​ຮຸ່ງເຊົ້າ​ມື້​ດຽວ​ກັນ, ຢູ່​ເມືອງ​ມູ​ເຊລັດ​ສານ​ປະ​ເທດ​ມຽນມາ​ໄດ້​ເກີດ​ການ​ໂຈມຕີ​ຈາກ​ກຸ່ມປະກອບ​ອາວຸດ ​ເຮັດ​ໃຫ້​ມີປະຊາຊົນ​ເສ​ຍຊີວິດ 19 ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ 27 ຄົນ.

ກອງບັນຊາ​ການ​ກອງ​ທັບ​ປ້ອງ​ກັນ​ປະ​ເທດ​ມຽນມາ​ກ່າວ​ໃນ​ຖະ​ແຫຼ​ງການ​ວ່າ: ​ໃນ​ເວລາ​ 5 ​ໂມ​ຕອນ​ເຊົ້າ​ວັນ​ທີ 12 ພຶດສະພາ​ນີ້, ກຸ່ມປະກອບ​ອາວຸດ​ປະ​ມານ 100 ຄົນ​ໄດ້​ທຳການ​ໂຈມ​ຕີກໍ່​ຫຼາຍ​ເຂດ​ຂອງ​ເມືອງ​ມູ​ເຊ, ຕຳຫຼວດ ​ແລະ​ທະຫານ​ໄດ້​ຕອບ​ໂຕ້ຄືນທັນທີ ​ເຊິ່ງ​ເຮັດ​ໃຫ້​ຕຳຫຼວດ 1 ຄົນ, ທະຫານ​ 4 ຄົນ ​ແລະ​ປະຊາຊົນ 14 ຄົນ​ເສ​ຍຊີວິດ. ກຸ່ມ​ປະກອບ​ອາວຸດ​ທີ່​ກໍ່​ເຫດການ​ໂຈມ​ຕີ​ດັ່ງກ່າວ​ແມ່ນ​ມາ​ຈາກ​ອົງການ​​ເອກະລາດ​ຄາ​ຊີ​ນ (KIA) ​ແລະ​ກອງທັບ​ປົດ​ປ່ອຍ​ແຫ່ງ​ຊາດ​ຕາ​ອັງ.