ຜູ້​ປະ​ທ້ວງ​ປາແລັດ​ສະຕິ​ນ​ປະ​ທະ​ກັນ​ກັບ​ທະຫານ​ອິ​ດສະຣະ​ແອນ
  2018-05-15 16:40:19  cri
ວັນ​ທີ 14 ພຶດສະພາ​ນີ້, ປະຊາຊົນປາ​ແລັດ​ສະຕິ​ນ​ໄດ້​​ເດີນ​ຂະ​ບວນ​ໄປ​ຕາມ​ຖະໜົນ ​ເພື່ອ​ປະ​ທ້ວງ​ການ​ເປີດ​ບໍລິ​ການ​ຂອງສະຖານທູດ​ອາ​ເມ​ລິ​ກາ​ປະຈຳ​ອິດສະ​ຣະ​ແອນ​ຢູ່​ນະຄອນຫຼວງ​​ເຢຣູຊາ​ແລມ.

ວັນ​ທີ 14 ພຶດສະພາ​ນີ້, ​ປະຊາຊົນຊາວ​ປາ​ແລັດ​ສະຕິ​ນຫຼາຍໝື່ນຄົນ​ໄດ້​ເດີນຂະ​ບວນປະ​ທ້ວງ​ໄປ​ຕາມ​ຖະໜົນກາຊາ​ຢູ່​ຊາ​ຍ​ແດນລະຫວ່າງ​ປາແລັດ​ສະຕິ​ນ ​ແລະອິດສະ​ຣະ​ແອນ ​ແລະ​​ໄດ້ເກີດການ​ປະ​ທະ​ກັນ​ກັບ​ທະຫານ​ອິດສະ​ແລນ. ​ເຈົ້າ​ໜ້າ​ທີ່​ກະຊວງ​ສາທາລະນະ​ສຸກ​ປາ​​ແລັດ​ສະຕິ​ນປະຈຳເຂດ​ກາ​ຊາ​ໄດ້​ຈັດ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​​ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ​ວ່າ: ການ​ປະ​ທະ​ກັນ​ດັ່ງກ່າວ​​ໄດ້​ເຮັດ​ໃຫ້​ມີ​ປະຊາຊົນ​ປາແລັດ​ສະຕິ​ນ​ເສຍ​ຊີວິດຢ່າງ​ໜ້ອຍ 55 ຄົນ ​ແລະ​ໄດ້​ຮັບ​ບາ​ດ​ເຈັບ​ປະມານ 2770 ຄົນ. ​ໃນ​ຜູ້​ເສຍຊີວິດ​ນັ້ນ, ມີ​ເດັກນ້ອຍ 7 ຄົນ ​ແລະ​ຜູ້​​ໃຫ້ການ​ຊ່ວຍ​ເຫຼືອ 1 ຄົນ ​ແລະ 1200 ກວ່າຄົນ​​ໄດ້​ຮັບບາ​ດ​ເຈັບ​ຈາກ​ການ​ຍິງ​​ຂອງ​ທະຫານ​ອິດສະ​ແລນ.

ທ່ານອັບບາສ ປະທານາທິບໍດີ​ແລັດ​ສະຕິ​ນ​ໄດ້​ກ່າວ​ຢູ່​ເມືອງຣາມະລາ​ໃນ​ມື້​ດຽວ​ກັນ​ວ່າ: ປະຊາຊົນ​ປາແລັດ​ສະຕິ​ນຈະ​ໄວ້ອາ​ໄລຕໍ່​ຜູ້​ເສຍ​ຊີວິດ​ຢູ່​​ເມືອງ​ກາຊາ ​ແລະ​​ຊັກທຸງຊາດ​ເຄິ່ງ​ເສົາ​ເປັນ​ເວລາ 3 ມື້​ນັບ​ແຕ່​ວັນ​ທີ 15 ພຶດສາ​ພາ​ນີ້​ເປັນຕົ້ນ​ໄປ.