ຈີນ​ຮຽກ​ຮ້ອງ​ປະ​ຊາ​ຄົມ​ໂລກ​ສະ​ໜັບ​ສະ​ໜູນມຽນ​ມາ​ແລະ​ບັງ​ກະ​ລາ​ເດັດ​ປະ​ຕິ​ບັດ​ສັນ​ຍາສົ່ງ​ຜູ້​ເສຍ​ບ່ອນ​​ເພິ່ງ​ພາອາ​ໄສ​ກັບ​ຄືນ​ປະ​ເທດ
  2018-05-16 16:03:33  cri
ວັນ​ທີ 14 ພຶດ​ສະ​ພາ​ນີ້, ທ່ານ​​ມ໋າ​ຈ່າວ​ຊີ້ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ຈີນ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ​ຢືນ​ຢັນ​ວ່າ ປະ​ຊາ​ຄົມ​ໂລກ​ຄວນ​ພະ​ຍາ​ຍາມ​ຮ່ວມ​ກັນ​ເພື່ອ​ຊຸກ​ຍູ້​ມຽນ​ມາ​ແລະ​ບັງ​ກະ​ລາ​ເດັດ​ປະ​ຕິ​ບັດ​ສັນ​ຍາ​ສອງ​ຝ່າຍ​ໂດຍ​ໄວ​ເພື່ອ​ໃຫ້​ຜູ້​ເສຍ​ບ່ອນ​ເພິ່ງ​ພາ​ອາ​ໄສ​ກັບ​ຄືນ​ມຽນ​ມາ ແລະ ​ສ້າງ​ສະ​ພາບ​ແວດ​ລ້ອມ​ພາຍນອກ​ທີ່​ດີ​ໃຫ້​ສອງ​​ປະ​ເທດ​ສາ​ມາດແກ້​ໄຂ​ບັນ​ຫາ​ທີ່​ເໝາະ​ສົມ​ໂດຍ​ຜ່ານ​ຊ່ອງ​ທາງ​ສອງ​ຝ່າຍ.

​ວັນ​ດຽວ​ກັນ, ທ່ານ​ມ໋າ​ຈ່າວ​ຊີ້ ກ່າວ​ໃນ​ກອງ​ປະ​ຊຸມ​ລາຍ​ງານ​ສະ​ພາບ​ກ່ຽວ​ກັບຄະ​ນະ​ຜູ້​ແທນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ​ຢ້ຽມ​ຢາມ​ບັງ​ກະ​ລາ​ເດັດ​ແລະ​ມຽນ​ມາວ່າ, ​​ວຽກ​ທີ່​​ຕ້ອງ​ເຮັດ​ຢ່າງຮີບ​ດ່ວນ​ທີ່​ສຸດ​ໃນ​ປັດ​ຈຸ​ບັນ​ກໍ​ຄື​ຊຸກ​ຍູ້​ມຽນ​ມາ​ແລະ​ບັງ​ກະ​ລາ​ເດັດ​ໃຫ້​​ມີ​ບາດ​ກ້າວ​ຕົວ​ຈິງ​ໃນ​ການ​ປະ​ຕິ​ບັດ​ສັນ​ຍາ​ສອງ​ຝ່າຍເພື່ອ​ເຮັດ​ໃຫ້​ຜູ້​ເສຍ​ບ່ອນ​ເພິ່ງ​ພາ​ອາ​ໄສ​ຢູ່​ບັງ​ກະ​ລາ​ເດັດ​ກັບ​ຄືນ​ມຽນ​ມາ​ໂດຍ​ໄວ​ໃຫ້ຫຼາຍ​ເທົ່າ​ທີ່​ຈະຫຼາຍ​ໄດ້ ທັງ​​ບັນ​ເທົາ​​ສະ​ພາບຄວາມ​ຫຍຸ້ງ​ຍາກ​ດ້ານ​ສິດ​ທິ​ມະ​ນຸດ​ຂອງ​ເຂົາ​ເຈົ້າຢ່າງ​ແທ້​ຈິງ.

ທ່ານ​​ມ໋າ​ຈ່າວ​ຊີ້​ຍັງ​ກ່າວ​ຕື່ມ​ວ່າ: ຈີນ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​​ທີ່​ສ້າງ​ສັນ​ເພື່ອ​ແກ້​ໄຂ​ບັນ​ຫາ​ລັດ​ຍະ​ໄຂ່​ໃຫ້​ເໝາະ​ສົມ​ທີ່​ສຸດ.