ປະ​ທານ​ສະ​ພາ​ການ​ຄ້າ​​ອາ​ເມ​ລິ​ກາກ່າວ​ວ່າ: ​ສອງ​ຝ່າຍຈີນ​ແລະ​ອາ​ເມ​ລິ​ກາ​ຍັງ​ມີ​ໂອ​ກາດ​​ຮັບ​ຜົນ​ປະ​ໂຫຍດ​ຫຼາຍກວ່າ​ເກົ່າ
  2018-05-16 14:52:16  cri
ກອງ​ປະ​ຊຸມ​ເຈ​ລະ​ຈາ​​ອະ​ດີດເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ແລະ​ຜູ້​ນຳ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ-ອາ​ເມ​ລິ​ກາ​ຄັ້ງ​ທີ 10 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 15 ພຶດ​ສະ​ພາ​ນີ້.

ທ່ານ ໂທ​ມັ​ສ ໂດ​ໂນ​ຮຸຍ ປະ​ທານ​ສະ​ພາ​ການ​ຄ້​າ​ອາ​ເມ​ລິ​ກາ​ກ່າວ​ໃນ​ກອງ​ປະ​ຊຸມ​ວ່າ,ພວກ​ຂ້າ​ພະ​ເຈົ້າ​ໄດ້​ປະ​ຕິ​ເສດ​ນະ​ໂຍ​ບາຍ​ສອງ​ຝ່າຍ​ທີ່​ພຽງ​ແຕ່​ສຸມ​ໃສ່​ແກ້​ໄຂ​ສະ​ພາບ​ການຂາດ​ດຸນ​ການ​ຄ້າເທົ່າ​ນັ້ນ. ເພື່ອ​ປົກ​ປ້ອງ​​ກຳ​ມະ​ກອນ,ຜູ້​ບໍ​ລິ​ໂພກ​ແລະ​ບໍ​ລິ​ສັດ​ຂອງ​ປະ​ເທດ​ຕົນ,ໄດ້​ໃຊ້​ມາດ​ຕະ​ການ​ຈຳ​ກັດ​ຕໍ່​ຈີນ,ພັດຈະ​ກະ​ທົບ​ຕໍ່​ຜົນ​ປະ​ໂຫຍດ​ຂອງ​ອາ​ເມ​ລິ​ກາ,ການ​ກະ​ທຳ​ເຫຼົ່​າ​ນີ້​ບໍ່​ມີ​ຄວາມ​ໝາຍ​ຫຍັງ. ສິ່ງ​ສຳ​ຄັນ​ໃນ​ປັດ​ຈຸ​ບັນ​ຄວນ​ເປີດ​ຕະ​ຫຼາດ,ຜ່ອນ​ຄາຍ​ເງິນ​ອຸດ​ໜູນ,ຍົກ​ເລີກ​ວິ​ທີຕິດ​ຕາມ​ຄຸ້ມ​ຄອງ​ທີ່​ບໍ່​ເປັນ​ປະ​ໂຫຍດ​ຕໍ່​ການ​ແຂ່ງ​ຂັນ. ເຖິງວ່າ​​ຍັງ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ແລະ​ຄວາມ​ຫຍຸ້ງ​ຍາກ​ຈຳ​ນວນ​ໜຶ່ງ​ລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​ກໍ່​ຕາມ,ແຕ່​ນີ້​ບໍ່​ໝາຍ​​ຄວາມ​ວ່າພວກ​ເຮົາ​ບໍ່​ສາ​ມາດ​ບັນ​ລຸ​ການ​ເຊັນ​ສັນ​ຍາ​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ພວກ​​ເຮົາ​ຍັງ​ມີ​ໂອ​ກາດ​ໃຫ້​ສອງ​ຝ່າຍ​​ສາ​ມາດຮັບ​ຜົນ​ປະ​ໂຫຍດ​ໃຫ້​​ໄດ້ຫຼາຍກວ່າ​ເກົ່າ.

ຂ່າວ​ແຈ້ງ​ຕື່ມວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ດຶງ​ດູດ​ຜູ້​ຕາງ​ໜ້າ​ການ​ນຳ​ອຸດ​ສາ​ຫະ​ກຳ​ການ​ຄ້າ,ອະ​ດີດ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ​ລັດ​ຖະ​ບານ​ກໍ່​ຄື​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາ​ທັງ​ໝົດ 22 ທ່ານ ໂດຍຈະ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ທິດ​​ທາງ​ນະ​ໂຍ​ບາຍ​ແລະ​ການ​ເຄື່ອນ​ໄຫວ​ໃນ​ອະ​ນາ​ຄົດລະ​ຫວ່າງ​ຈີນ-ອາ​ເມ​ລິ​ກາ​​,ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ,ເສດ​ຖະ​ກິດ​​ດີ​ຈີ​ຕ໋ອນ,ອຸດ​ສ​າ​ຫະ​ກຳ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໂລກ​ແລະຫົວ​ຂໍ້​ອື່ນໆ.