ສະຫະພາບ​ເອີຣົບປະກາດ​​ແຜນການ​ຮ່ວມ​ມືທາງ​ດ້ານ​ເສດຖະກິດ​ກັບອີຣານ​ເພື່ອ​ຮັກສາ​ສັນຍາ​ນິວ​ເຄຼຍອີຣານ
  2018-05-16 16:40:59  cri
ວັນ​ທີ 15 ພຶດສະພາ​ນີ້, ສະຫະພາບ​ເອີຣົບກັບປະ​ເທດ​ຝຣັ່ງ, ​ເຢຍລະມັນ ​ແລະ​ອັງກິດ​ໄດ້​ຈັດການ​ເຈລະຈາ​ກັບ​ອີຣານ​ ​ເຊິ່ງ​ໄດ້ປະກາດ​ແຜນການ​ຮ່ວມ​ມື​ທາງ​ດ້ານ​ເສດ​​ຖ​ະກິດກັບອີຣານ ​ເພື່ອ​ສືບ​ຕໍ່​ຮັກສາ​ສັນຍາ​ຮອບດ້ານ​ບັນຫາ​ນິວ​ເຄຼຍອີຣານຫຼັງ​ຈາກ​​ອາ​ເມ​ລິ​ກາ​ຖອນອອກ​ຈາກ​ສັນຍາ​ດັ່ງກ່າວ.

ທ່ານ​ແຟ​ເດີຣີຄາ ​ໂມ​ເກຣີນີ ຜູ້ຕາງໜ້າ​ລະດັບ​ສູງ​ນະ​ໂຍບາຍທາງ​ການ​ທູດ ​ແລະ​ຄວາມ​ສະຫງົບ​ສະຫະພາບ​ເອີຣົບກ່າວ​ວ່າ: ​ເພື່ອຣັກສາ​ສັນຍາ​ນິວ​ເຄຼຍອີຣານ ​ແລະ​ຮັບປະກັນ​ອີຣານສາມາດ​ຮັບ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ເສດຖະກິດ​ໃນ​ການ​ປະຕິບັດ​ສັນຍາ​ດັ່ງກ່າວ, ປັດຈຸບັນ​ນີ້​ຜູ້​​ຊ່ຽວຊານ​ຈາກ​ສະຫະພາບ​ເອີຣົບ ​ແລະ​ອີຣານກຳລັງ​ປຶກສາ​ຫາລື​ໃນ 9 ​ຫົວ​ຂໍ້​ຕົ້ນຕໍໃນ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະກິດ, ລວມທັງ​ການ​ລົງ​ເລິກ​ສາຍ​ພົວພັນ​ເສດຖະກິດ-ການ​ຄ້າ​ກັບ​ອີຣານ, ຮັບປະກັນ​ການ​ສົ່ງ​ອອກ​ນ້ຳມັນ ​ແລະ​ອາຍ​ແກັສທຳ​ມະ​ຊາດ​ຂອງ​ອີຣານ, ​ເພີ່ມ​ທະວີ​ການ​ລົງທຶນ​ຕໍ່​ອີຣານ, ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ການ​ທະນາຄານກັບ​ຕ່າງປະ​ເທດຂອງ​ອີຣານ ​ແລະ​ອື່ນໆ, ຫວັງ​ວ່າຈະສາມາດ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້​ໄດ້​ໃນອີກ​ຫຼາຍ​ອາທິດຂ້າງ​ໜ້າ.

ນອກຈາກ​ນີ້, ກອງ​ປະຊຸມ​ຄະນະ​ກຳມະການ​ຮ່ວມ​ສັນຍາ​ນິວ​ເຄຼຍອີຣານຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ວຽນ​ປະ​ເທດ​ໂອຕຼິສ​ໃນ​ອາທິດ​ໜ້າ. ທ່ານ​ໂມ​ເກ​ນີຣີ​ກ່າວ​ຕື່ມ​ວ່າ: ​ໃນ​ເວລາ​ນັ້ນ, ສະຫະພາບ​ເອີຣົບ ​ກັບປະ​ເທດ​ຝຣັ່ງ, ​ເຢຍລະ​ມັນ ​ແລະ​ອັງກິດ​ຈະ​ສົ່ງ​ຮອງລັດຖະມົນຕີ​​ກະຊວງ​ການ​ຕ່າງປະ​ເທດ ຫຼື ​ຜູ້ຕາງໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ ​ເພື່ອສືບ​ຕໍ່​ແລກປ່ຽນ​ຄຳ​ຄິດ​ເຫັນ​ກ່ຽວ​ກັບການ​ຮັກສາ​ສັນຍາ​ນິວ​ເຄຼຍອີຣານ.