​ອາ​ເມ​ລິ​ກາເກີດ​ເຫດ​ຍິງ​ກັນ​ຢູ່​ໂຮງ​ຮຽນ​ອີກ​​ເທື່ອ​ໜຶ່ງ
  2018-05-17 11:16:50  cri
​ວັນ​ທີ 16 ພຶດ​ສະ​ພາ​ນີ້ ​ຢູ່ໂຮງ​ຮຽນ​ມັດ​ຖະ​ຍົມ​ຕອນ​ປາຍ​ແຫ່ງ​ໜຶ່ງ​ຂອງ​ເມືອງ​ດິກ​ຊັນ ລັດ​ອີ​ລີ​ນອຍ ສະ​ຫະ​ລັດ​ອາ​ເມ​ລິ​ກາ​ໄດ້​ເກີດ​ເຫດ​ຍິງ​ກັນ, ເຈົ້າ​ໜ້າ​ທີ່​ຕຳຫຼວດ​ປະ​ຈຳ​ໂຮງ​ຮຽນ​ໄດ້​ຄຸມ​ຕົວ​ມື​ປືນ​ໄວ້​ໄດ້​ທັນ​ການ, ຈິ່ງ​ບໍ່​ມີ​ນັກ​ຮຽນ​ແລະ​ຄູ​ອາ​ຈານ​ໄດ້​ຮັບ​ບາດ​ເຈັບຫຼື​ເສຍ​ຊີ​ວິດ. ເຈົ້າ​ໜ້າ​ທີ່​ຕຳຫຼວດ​ບໍ່​ໄດ້​ເປີດ​ເຜີຍ​ຖາ​ນະ​ຂອງ​ມື​ປືນ ແລະ​ກຳ​ລັງ​ສືບ​ສວນ​ສອບ​ສວນ​ຫາ​ສາ​ເຫດ​ຂອງ​ມື​ປືນ​ໃນ​ການ​ກໍ່​ເຫດ​ຄັ້ງ​ນີ້.

ສື່ມວນ​ຊົນ​ທ້ອງ​ຖິ່ນ​ໄດ້​ອ້າງ​ຕາມ​​ຄຳ​ເວົ້າຂອງ​ນັກ​ຮຽນ​ຜູ້​ເຫັນ​ເຫດ​ການ​ມາ​ລາ​ຍ​ງານ​ວ່າ: ມື​ປືນ​ເປັນ​ນັກ​ຮຽນ​ຜູ້​ໜຶ່ງ​ທີ່​ຖືກ​ທາງ​ໂຮງ​ຮຽນ​ໄລ່​ອອກ​ແລ້ວ, ໃນ​ເວ​ລ​າ​ເກີດ​ເຫດ,​ນັກ​ຮຽນ​ແລະຄູ​ອາ​ຈານ​ຂອງ​ຫ້ອງ​ທີ່​ຈະ​ຮຽນ​ຈົບ​ໃນ​ປີ​ນີ້ ກຳ​ລັງ​ຝຶກ​ຊ້ອມກຽມ​ພິ​ທີ​​ຈົບ​ຮຽນ​ໃນ​​ສູນ​ກິ​ລາ, ຖ້າ​ຫາກ​ມື​ປືນ​ບໍ່​ຖືກ​ຄຸມ​ຕົວ​ໄວ້ໄດ້​ຢ່າງ​ທັນ​ການ ກໍ​ອາດ​ຈະ​ເກີດ​ຜົນ​ຮ້າຍໜັກ​ໜ່ວງ​ທີ່​ບໍ່ຄາດ​ຄິດ.