ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນພົບ​ປະ​ກັບ​ຄູ່​ຮ່ວມ​ຕຳ​ແໜ່​ງປະ​ເທດ​ຝຣັ່ງ
  2018-05-17 16:40:21  cri

ວັນ​ທີ 16 ພຶດສະພາ​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ພົບ​ປະກັບ​ທ່ານຊ໋ອງ ອິຟ ​ເລີ ດຣີອອງ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຝຣັ່ງ ຢູ່ນະຄອນຫຼວງປາຣີ ປະ​ເທດ​ຝຣັ່ງ.

ທ່ານ​ຫວາງ​ຢີ້ ກ່າວ​ວ່າ: ຈີນ​ໃຫ້​ຄວາມ​ສຳຄັນ​ຕໍ່​ຖານະ​ແລະ​ບົດບາດ​​ໃນ​ສາກົນ​ຂອງຝຣັ່ງ, ​ໃຫ້​ຄວາມ​ສຳຄັນ​ຕໍ່​ສາຍ​ພົວພັນລະຫວ່າງ​ຈີນ-ຝຣັ່ງ. ສອງ​ຝ່າຍ​ຄວນ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທ້​ຈິງໃນ​ຂົງ​ເຂດພະລັງງານ​ນິວ​ເຄລຍ, ການບິນ-ການບິນ​ອະວະກາດ, ການ​ປະດິດ​ສ້າງ, ຫຸ່ນ​ຍົນ​ສະມາດ(AI), ​ເສດຖະກິດ​ດີ​ຈີ​ຕ​ອນ, ສິ່ງ​ແວດ​ລ້ອມ ​ແລະ​ອື່ນໆ ​ຢ່າງຮອບດ້ານ ຈີນ​ຍິນ​ດີ​ຕ້ອນຮັບ​ຝຣັ່ງ​ເຂົ້າຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ຢ່າງ​ຕັ້ງໜ້າ​ກວ່າ​ເກົ່າ ​ແລະ ຍິນ​ດີ​ພະຍາຍາມຮ່ວມ​ກັບ​ຝຣັ່ງ​ເພື່ອ​ຊຸກຍູ້​ໃຫ້​ສາຍ​ພົວພັນ​ລະຫວ່າງ​ຈີນ-​ເອີຣົບພັດທະນາ​ຢ່າງ​ປອດ​ໃສ ​ແລະ​ໝັ້ນທ່ຽງ.

ທ່ານ​ດຣີອອງ ກ່າວ​ວ່າ: ຝຣັ່ງຍິນ​ດີ​ຮັກສາ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ກັບ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ ​ແລະ ຍິນ​ດີ​ເຂົ້າຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ" ຢ່າງ​ຕັ້ງໜ້າ​ກວ່າ​ເກົ່າ ​ເພື່ອ​ບັນລຸ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ນອກ​ນີ້, ຝຣັ່ງຍິນ​ດີ​ເສີມ​ຂະຫຍາຍ​ບົດບາດ​ທີ່​ຕັ້ງໜ້າ​ໃນ​ການ​ຊຸກຍູ້​ໃຫ້​ສາຍ​ພົວພັນ​ລະຫວ່າງ​ເອີຣົບ-ຈີນ​ພັດທະນາ​ຕື່ມ​ອີກ.
ສອງ​ຝ່າຍ​ຍັງ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງຕໍ່​ບັນຫາ​ສາກົນ​ແລະ​ພາກພື້ນ​ທີ່​ສົນ​ໃຈ​ຮ່ວມ​ກັນ ​ເຊັ່ນ ບັນຫາ​ນິວ​ເຄລຍ​ແຫຼມ​ເກົາຫຼີ, ບັນຫາ​ນິວ​ເຄລຍອີຣານ ​ແລະ ສະຖານະ​ການ​ຢູ່​ຕາ​ເວັນ​ອອກ​ກາງ.