ທູດ​ພິ​ເສດ​ປະທານ​ປະ​ເທດ​ຈີນ​ພົບ​ປະ​ກັບ​ບຸກຄົນ​ສຳຄັນ​ຂອງ​ອາ​ເມ​ລິ​ກາ
  2018-05-17 16:47:12  cri

ທ່ານຫຼິວ​ເຮີ້ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຮອງ​ນາຍົກລັດຖະມົນຕີຈີນ, ຜູ້​ຊີ້​ນຳ​ໜ່ວຍ​ງານ​ຈີນ​ໃນ​ການ​ສົນທະນາ​ເສດຖະກິດ​ຮອບດ້ານ​ຈີນ-ອາ​ເມ​ລິ​ກາ ທັງ​ເປັນທູດ​ພິ​ເສດ​ຂອງທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ພວມ​ຢ້ຽມຢາມ​ຢູ່​ອາ​ເມ​ລິ​ກາ ​ແລະ​ໄດ້​​ພົບ​ປະ​ກັບທ່ານ​ເຮ​ນຣີ ກີ​ຊິງ​ເກີ ອະດີດ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ແລະ​ສະມາຊິກ​ລັດຖະສະພາຫຼາຍທ່າ​ນ ​ເຊັ່ນ ທ່ານ​ອໍຣິນ ​ເຮ​ດສ໌ ປະທານ​ສະພາ​ສູງ​ຊົ່ວຄາວ, ປະທານ​ກຳມາ​ທິການ​ການ​ເງິນ​ສະພາ​ສູງ ​ແລະ ທ່ານ​ເຄວິນ ​ເບຣດີ ປະທານ​ກຳມາ​ທິການ​ລະດົມ​ທຶນ​ສະພາ​ຕ່ຳ​ອາ​ເມ​ລິ​ກາ ຢູ່​ນະຄອນຫຼວງ​ວໍ​ຊິງ​ຕັນ ​ໃນ​ວັນ​ທີ 16 ພຶດສະພາ​ນີ້.

​ໃນ​ຂະນະ​ທີ່​ພົບ​ປະ​ກັບ​ສະມາຊິກ​ສຳຄັນ​ຂອງ​ສະພາ​ສູງ ​ແລະ ສະພາ​ຕ່ຳ​ອາ​ເມ​ລິ​ການັ້ນ, ທ່ານຫຼິວ​ເຮີ ຊີ້​ໃຫ້​ເຫັນ​ວ່າ: ຈີນ​ແລະ​ອາ​ເມ​ລິ​ກາ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ທີ່​ປອດ​ໃສ ​ແລະ ໝັ້ນທ່ຽງ​ເປັນ​ເວລາ​ຍາວ​ນານ​ ​ໄດ້​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ປະຊາຊົນ​ສອງ​ຊາດ ​ແລະ​ກໍ​ເປັນ​ການຄອງ​ຄອຍຈາກ​ປະຊາ​ຄົມ​ໂລກ​ທົ່ວ​ໄປ. ສອງ​ຝ່າຍ​ຄວນ​ປະຕິບັດ​ຕໍ່​ບັນຫາ​ຕ່າງໆ​ໃນ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍຢ່າງຮອບດ້ານ ​ແລະ​ພາ​ວະ​ວິ​ໄສ ​ແລະ​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​ໃຫ້​ເໝາະ​ສົມ​ບົນ​ພື້ນຖານຫຼັກການ​ທີ່​ເຄົາລົບ​ນັບຖື​ເຊິ່ງກັນ​ແລະ​ກັນ, ສະ​ເໝີ​ພາບ ​ແລະ​ຕ່າງ​ຝ່າຍ​ຕ່າງມີ​ຜົນ​ປະ​ໂຫຍ​ດ. ຈີນ​​ໃຫ້​ຄວາມ​ສຳຄັນ​ຕໍ່​ບົດບາດ​ຂອງ​ລັດຖະສະພາ​ອາ​ເມ​ລິ​ກາ ​ແລະ​ຍິນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນກັບ​ລັດຖະສະພາ​ອາ​ເມ​ລິ​ກາ.

ສະມາຊິກ​ສະພາ​ສູງ ​ແລະ​ສະພາ​ຕ່ຳ​ອາ​ເມ​ລິ​ກາ ຕ່າງ​ກໍກ່າວ​ວ່າ: ອາ​ເມ​ລິ​ກາ​ຍິນ​ດີ​ຮັກສາ​ການ​ພົວພັນ​ທີ່​ດີ​ກັບ​ຈີນ ​ແລະ​ເຖິງ​ວ່າ ປັດຈຸບັນ, ​ໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ມີ​ບັນຫາ​ກໍ​ຕາມ ​ແຕ່​ອາ​ເມ​ລິ​ກາ ​ແລະ​ຈີນກໍ​ບໍ່​ຄວນ​ເຮັດ​ສົງຄາມ​ການ​ຄ້າ ຫວັງ​ວ່າ​ສອງ​ຝ່າຍ​ຈະຕັ້ງໜ້າ​ສະ​ແຫວ​ງຫາ​ວິທີ​ການ​ແກ້​ໄຂທີ່​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ ​ໂດຍ​ຜ່ານ​ການ​ຫາລື​ກັນ.