ລັດຖະບານ ສ.​ເກົາຫຼີ ກ່າວ​ວ່າ​ຈະ​ຊຸກຍູ້​ການ​ເຈລະຈາ​ຂັ້ນສູງ​ເໜືອ​ໃຕ້​​ໃຫ້​ຈັດ​ຂຶ້ນໂດຍ​ໄວ
  2018-05-17 16:51:15  cri

ລັດຖະບານ ສ.​ເກົາຫຼີ ກ່າວ​ໃນ​ວັນ​ທີ 17 ພຶດສະພາ​ນີ້​ວ່າ ຈະ​ສືບ​ຕໍ່​ຫາລື​ກັບ ສປປ ​ເກົາຫຼີ ​ເພື່ອ​ຊຸກຍູ້​ການ​ເຈລະຈາການ​ນຳ​ຂັ້ນສູງ​ລະຫວ່າງ​ເໜືອ​ໃຕ້​ໃຫ້​ຈັດ​ຂຶ້ນ​ໂດຍ​ໄວ.

​ໃນ​ວັນ​ດັ່ງກ່າວ, ທ່ານ ຈຸງ​ອີ​ຢົງ ຫົວໜ້າຄະນະ​ຮັກສາ​ຄວາມໝັ້ນຄົງ​ແຫ່ງ​ຊາດ ທຳນຽບປະທານາທິບໍດີ​ຊົງ​ວາ​ເດ ສ.​ເກົາຫຼີ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຄະນະ​ກຳມະ​ການ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ​ແລະຊົງ​ວາ​ເດ ​ໄດ້​ຖະ​ແຫຼງວ່າ: ກອງ​ປະຊຸມ​ໄດ້​ເປີດ​ເຜີຍ​ຢ່າງ​ຈະ​ແຈ້ງອີກ​ເທື່ອ​ໜຶ່ງວ່າ ສ.​ເກົາຫຼີຈະຕັ້ງໜ້າ​ປະຕິບັດ​ຕາມ "ຖະ​ແຫຼງການ​ປານ​ມູນ​ຈອມ" ທີ່​ໄດ້​ເຊັນ​ກັນ​ໃນ​ການ​ພົບ​ປະລະ​ຫວ່າງ​ປະມຸກ​ລັດ ສ.​ເກົາຫຼີ-ສປປ ​ເກົາຫຼີ​ເມື່ອບໍ່​ດົນມາ​ນີ້.

ນອກ​ນີ້, ກອງ​ປະຊຸມ​ຍັງ​ໄດ້​ຫາລື​ແລະ​ຕົກ​ລົງ​ກັນ​ວ່າ ຈະຊຸກຍູ້​ໃຫ້​ນັກ​ຂ່າວ​ໄປ​ຊົມ​ການ​ເຄື່ອນ​ໄຫວ​ທີ່​ກ່ຽວຂ້ອງ​ຂອງ ສປປ ​ເກົາຫຼີ​ໃນ​ການ​ປິດ​ຖານ​ທົດ​ລອງ​ນິວ​ເຄລຍພຸງ​ເກຣີ ​ແລະ​ຊຸກຍູ້​ກິດຈະກຳ​ລະນຶກ 15 ມິຖຸນາ ສ.​ເກົາຫຼີ-ສປປ ​ເກົາຫຼີ​ໃຫ້​ດຳ​ເນີນ​ຕາມ​ຈິດ​ໃຈ​ "ຖະ​ແຫຼງການ​ປານ​ມູນ​ຈອມ" ຢ່າງ​ສະດວກ.