ສປຊ ຮຽກຮ້ອງ​​ໃຫ້ຄວາມຊ່ວຍ​ເຫຼືອ​ແກ່​ເຂດ​ກາຊາ​ໂດຍ​ດ່ວນ
  2018-05-18 16:28:20  cri

​ວັນ​ທີ 17 ພຶດສະພານີ້, ທ່ານ​ເຈ​ມີ ​​ແມັກ​ໂກນດຣິກ ຜູ້​ປະສານ​ງານທາງມະນຸດສະທຳ​​ໃນ​ເຂດ​ດິນ​ແດນ​ປາ​ແລັສຕິນທີ່​ຖືກ​ຍຶດຄອງ ອົງການ​ສະຫະ​ປະຊາ​ຊາດ ຫຼື ສປຊ ​ໄດ້​ຮຽກຮ້ອງ​ບັນດາຝ່າຍ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ໂດຍ​ດ່ວນ​ແກ່​ຜູ້​​ໄດ້​ຮັບ​ຜົນ​ກະທົບຈາກ​ເຫດການ​ປະ​ທະ​ກັນ​ດ້ວຍ​ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນຢູ່​ເຂດ​ກາຊາ.

ທ່ານ​​​ແມັກ​ໂກນດຣິກ ​ກ່າວ​ຕື່ມ​ວ່າ: ສະຖານະ​ການ​ຢູ່​ເຂດ​ກາຊາ​ເຮັດ​ໃຫ້​ຂ້າພະ​ເຈົ້າຮູ້ສຶກ​ເສຍ​ໃຈ​ທີ່​ສຸດ ​ແລະ​ວິ​ກິດ​ການ​ກໍ​ຍັງ​​ໄກຫຼາຍທີ່​ຈະ​ສິ້ນ​ສຸດ​ລົງ. ຂະນະ​ທີ່​ຢາ ​ແລະ​ເຄື່ອງຊ່ວຍ​ເຫຼືອ​ອື່ນໆ​ໃນ​ສາງ​ກໍ​​ໃກ້​ຈະໝົດ​ແລ້ວ ​ແລ​ະ ວຽກງານ​ຊ່ວຍ​ເຫຼືອຂອງ​ອົງການ​ສະຫະ​ປະຊາ​ຊາດ​ພັດ​ຖືກ​ຈຳກັດ​ຍ້ອນ​ຂາດ​ເງິນ​ທຶນ, ​ໂດຍ​ຕາມ​ແຜນການ​ຮັບ​ມື​ດ້ານ​ມະນຸດສະທຳ​ເຂດ​ກາ​ຊາ​ສົກ​ປີ 2018 ຂອງ ສປຊ ນັ້ນ, ຈະຕ້ອງ​ລະດົມ​ທຶນ​ໃຫ້​ໄດ້ 400 ລ້ານ​ໂດ​ລາ​ສະຫະລັດ ​ແຕ່​ປັດຈຸບັນ​​ໄດ້​ພຽງ​ແຕ່ 16% ​ເທົ່າ​ນັ້ນ.