ປະ​ທານ​ສະພາ​ມົນຕີ​ເອີຣົບຮຽກຮ້ອງ​ໃຫ້​ສະຫະພາບເອີຣົບ​ຮ່ວມ​ກັນ​ຄັດຄ້ານ​ອ​າ​ເມ​ລິ​ກາ​ຖອນ​ອອກ​ຈາກ​ສັນຍາ​ນິວ​ເຄຼຍອີຣານ
  2018-05-18 17:51:45  cri
ວັນ​ທີ 16 ພຶດສະພາ​ນີ້, ຢູ່​ນະຄອນຫຼວງ​ໂຊ​ເຟຍ​ປະ​ເທດ​ບຸນ​ກາລີ ທ່ານ​ໂດ​ນັນ ທູ​ສ ປະທານມົນຕີ​ເອີຣົບ​ໄດ້​ຮຽກຮ້ອງ​​ໃຫ້​ສະຫະພາບ​ເອີຣົບຮ່ວມ​ກັນ​ ​ເພື່ອ​ຄັດຄ້ານ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ສັນຍາ​ນິວ​ເຄຼຍອີຣານ.
ທ່ານ​ກ່າວ​ວ່າ: ຜູ້ນຳ​ບັນດາ​ປະ​ເທດສະຫະພາບ​​ເອີຣົບຢ້ຳວ່າ ຂໍ​ພຽງ​ແຕ່ອີຣານຮັກສາ​ສັນຍາ​ນິວ​ເຄຼຍອີຣານ​ແລ້ວ, ສະຫະພາບ​ເອີຣົບກໍ​ຈະຮັກສາ​​ເຊັ່ນ​ດຽວ​ກັນ. ສັນຍາ​ນິວ​ເຄຼຍອີຣານມີຜົນ​ປະ​ໂຫຍ​ດຕໍ່ຄວາມ​ໝັ້ນຄົງ​ຂອງ​ທະວີບ​ເອີຣົບ ກໍ​ຄື​ທົ່ວ​ໂລກ​, ສະ​ນັ້ນ ​ສະຫະພາບ​ເອີຣົບຕ້ອງ​ຮັກສາ​ສັນຍາ​ນີ້. ສະຫະພາບ​ເອີຣົບຄວນ​​​ເຮັດທຸກ​ວິທີ​ເພື່ອປ້ອງ​ກັນ​ບໍລິສັດ​​ເອີຣົບບໍ່​ໃຫ້​ໄດ້​ຮັບ​ຜົນ​ກະທົບ​ຈາກ​ການ​ຖອນ​ອອກ​ຈາກ​ສັນຍາ​ນິວ​ເຄຼຍອີຣານຂອງ​ອາ​ເມ​ລິກາ.
ທ່ານກ່າວ​ຕື່ມວ່າ: ສະພາ​ມົນຕີເອີຣົບຄວນອະນຸຍາດ​ໃຫ້​ຄະນະ​ກຳມະການ​ສະຫະພາບ​​ເອີຣົບຕອບ​ໂຕ້ຄືນ ຖ້າ​ຜົນ​ປະ​ໂຫຍ​ດຂອງຕົນ​ໄດ້​ຮັບຜົນ​ກະທົບ​.