ອິນ​ໂດ​ເນ​ເຊຍ​ນຳ​ເຂົ້າ​ເຂົ້າສານ 5 ​ແສນ​ໂຕນ​ຈາກ​ຫວຽດນາມ ​ແລະ​ໄທ
  2018-05-18 17:52:39  cri
ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ແສງ​ກາ​ເຕຍສະ​ໂຕ ລູກີ​ຕາ ລັດຖະມົນຕີ​ກະຊວງ​ການ​ຄ້າ​ອິນ​ໂດ​ເນ​ເຊຍ​​ກ່າວ​ວ່າ: ກອງ​ປະຊຸມ​ຂອງ​ກະຊວງ​ປະສານ​ງານ​ເສດຖະກິດ​ໄດ້ຕົກລົງ​ນຳ​ເຂົ້າ​ເຂົ້າສານ 5 ​ແສນ​ໂຕນ​ຈາກ​ຫວຽດນາມ ​ແລະ​ໄທ, ບໍລິ​ສັດ​ສະ​ສົມ​ສະບຽງ​ອາຫານ​ອິນ​ໂດ​ເນ​ເຊຍ​ໄດ້​ເຊັນ​ສັນຍາ​​ຊື້​ເຂົ້າສານ 3 ​ແສນ​​ໂຕ​ນຈາກ​ປະ​ເທດ​ຫວຽດນາມ ​ແລະ 2 ​ແສນ​ໂຕນ​ຈາກ​ປະ​ເທດ​ໄທ ​ເຊິ່ງ​ເປັນ​ເທື່ອ​ທີ​ສາມທີ່​ອິນ​ໂດ​ເນ​ເຊຍຊື້​ເຂົ້າ​ຈາກ​ຫວຽດນາມນັບ​ແຕ່​ຕົ້ນປີ 2018 ​ເປັນ​ຕົ້ນ​ມາ.