ວຽກ​ງານ​​ຍົກ​ຍ້າຍ​ປະ​ຊາ​ຊົນຂອງ​ໂຄງ​ການ​​​ກໍ່​ສ້າງທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່
  2018-05-19 14:34:23  cri
ໜັງ​ສື​ພິມ​ວຽງ​ຈັນ​ທາມ​ສ໌​ສະ​ບັບ​ວັນ​ທີ 17 ພຶດ​ສະ​ພານີ້​ລາຍ​ງານ​ວ່າ, ວຽກ​ງານ​​ຍົກຍ້າຍ​ປະ​ຊາ​ຊົນ​ຂອງ​ໂຄງ​ການ​​ກໍ່ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່ ປັດ​ຈຸ​ບັນ, 4 ແຂວງ​ແລະ 1 ຕົວ​ເມືອງ​​ຕາມໂຄງ​ການ​ກໍ່ສ້າງທາງ​ລົດ​ໄຟ​ດັ່ງ​ກ່າວ​ໄດ້​ບັນ​ລຸ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ຈຳ​ນວນ​ເງິນ​ຊົດ​ເຊີຍ. ຕາມ​ການ​ແບ່ງງານ, ລາວ​ເປັນ​ຜູ້​ຮັບ​ຜິດ​ຊອບ​​ຄ່າ​ຊົດ​ເຊີຍ​ການ​​ເວນໃຊ້​ທີ່​ດິນ,ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ເປັນ​ຜູ້​ຮັບ​ຜິດ​ຊອບ​ການຊົດ​ເຊີຍ​ຄ່າ​ຍົກ​ຍ້າຍ, ຕາມ​ການ​ຄິດ​ໄລ່​ໂດຍ​ລວມ​ແລ້ວໄດ້​ຈັດ​ສັນເງິນ 500 ລ້ານຢວນ​ເປັນ​​ຄ່າ​ຊົດ​ເຊີຍ​ການ​ຍົກ​ຍ້າຍ,ລັດ​ຖະ​ບານ​ລາວ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ໃຊ້​ມາດ​ຕະ​ການ​ທີ່​ຈຳ​ເປັນ​ເພື່ອ​ຮັບ​ປະ​ກັນ​ວຽກ​ງານ​ການ​ຊົດ​ເຊີຍ​ໃຫ້ດຳ​ເນີນ​ຢ່າງ​ເປີດ​ເຜີຍ,​ທ່ຽງທຳ​ແລະ​ເປັນ​ລະ​ບຽບ​ຮຽບ​ຮ້ອຍດີ.