ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​​ອາ​ວຸດຢູ່​ພາກ​ເໜືອ​ມຽນ​ມາ
  2018-05-19 14:34:23  cri
ຫວ່າງ​ມໍ່ໆ​ມາ​ນີ້, ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ເໜືອມຽນ​ມາ​ໄດ້​ເຮັດ​ໃຫ້ປະ​ຊາ​ຊົນ​ຈີນ​ຢູ່​ມຽນ​ມາປະ​ສົບ​ຄວາມ​ເສຍ​ຫາຍ​ທາງ​ດ້ານຊີ​ວິດ​ແລະຊັບ​ສິນ. ​ຕອນ​ຄ່ຳ​ວັນ​ທີ 18 ພຶດ​ສະ​ພາ​ນີ້, ທ່ານ ​ອຸ​ຊ່ຽນ ໂຄ​ສົກ​ກະ​ຊວ​ງ​ປ້ອງ​ກັນ​ປະ​ເທດ​ຈີນໄດ້​ແຈ້ງ​ຫຼັກ​ໝັ້ນ​ຂອງກອ​ງ​ທັບ​ຈີນ​ແລະ​ມາດ​ຕະ​ການ​ຮັບ​ມື.

ທ່ານ ອຸ​ຊ່ຽນ ກ່າວ​ວ່າ, ​ມາ​ຮອດ​ປັດ​ຈຸ​ບັນ​, ໄດ້​ມີ​ປະ​ຊາ​ຊົນ​ຈີນ​ຢູ່​ມຽນ​ມາ​ເສຍ​ຊີ​ວິດ 3 ຄົນ,ແລະ​ໄດ້​ມີ​ຈະ​ຫຼວດ​ 3 ລູກແລະ​ລູກ​ຫຼົງ​ຈຳ​ນວນ​ໜຶ່ງຕົກ​ໃສ່​ແດນ​ຈີນ. ກອງ​ທັບ​ຈີນ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ເລື່ອງ​ນີ້,​ແລະໄດ້​ໃຊ້​ມາ​ດຕະ​ກາ​ນ​ທີ່​ເຂັ້ມ​ແຂງ​ເພື່ອ​ເພີ່ມ​ທະ​ວີ​ການ​ລາດ​ຕະ​ເວນ​, ​ຄຸ້ມ​ຄອງ​-​ຄວ​ບ​ຄຸມ​ແລະ​ປ້ອງ​ກັນ​ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ​​ຈີນ-ມຽນ​ມາ,ພ້ອມ​ທັງ​ຕໍ່​ວ່າ​ທັກ​ທ້ວ​ງ​ຢ່າງ​ເຄັ່ງ​ຂຶມ​​ຕໍ່​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ມຽນ​ມາອີກ​ດ້ວຍ.

ທ່ານ ອຸ​ຊ່ຽນ ກ່າວ​ຕື່ມ​ວ່າ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ທີ່​ປະ​ທະ​ກັນ​ຈົ່ງ​ຮັກ​ສາ​ຄວາມ​ອົດ​ກັ້ນ​ໄວ້,ຢຸດ​ຍິງ​ໃນ​ທັນ​ທີ ແລະໃຊ້​ມາດ​ຕະ​ການ​ທີ່​​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດ​ການ​ທີ່​ຄ້າຍ​ຄື​ກັນນີ້​ອີກ.