ຍົນ​ໂດຍ​ສານ​ກູ​ບາເກີດ​ເຫດ​ຕົກ
  2018-05-19 14:35:30  cri

ສື່ມວນ​ຊົນ​ກູ​ບາ​ລາຍ​ງານ​ວ່າ, ວັນ​ທີ 18 ພຶດ​ສະ​ພາ​ນີ້, ຍົນ​ໂດຍ​ສານ​​ໂປ​ອິງ 737 ​ລຳ​ໜຶ່ງ​ຂອງສາຍ​ການ​ບິນ​ກູ​ບາ ​ບິນ​ຂຶ້ນ​ຈາກ​ສະ​ໜາມ​ບິນ​ສາ​ກົນ​​ໂຮ​ເຊ ມາ​​ຕີ ນ​ະ​ຄອນ​ຫຼວງ​ລາ​ຮາ​ວານ​ບໍ່​ດົນ​ກໍ່​ເກດ​ເຫດ​ຕົກ​, ປັດ​ຈຸ​ບັນ​ສາ​ມາດ​ຊ່ວຍ​ເຫຼືອ​ຜູ້​ບາດ​ເຈັບ​ສາ​ຫັດໄດ້ 3 ຄົນ.

ຂ່າວ​ແຈ້ງວ່າ: ຍົນ​ໂດຍ​ສານ​ລຳ​ນີ້​​ກຳ​ລັງຈາກ​ນະ​ຄອນ​ຫຼວງ​ລາ​ຮາ​ວານ​​ບິນໄປ​​ສູ່ເມືອງ​ໂອ​ກິນ ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ກູ​ບາ, ​ແຕ່​ໄດ້ເກີດ​ອຸ​ບັດ​ເຫດ​ໃນ​ເວ​ລາ 12 ໂມງ 8 ນາ​ທີ​ຕາມ​ເວ​ລາ​ທ້ອງ​ຖິ່ນ ແລະ ໃນ​ຍົນ​ມີຜູ້ໂດຍ​ສານ 104 ຄົນ. ຮູບ​ພາບ​​ຂອງສື່ມວນ​ຊົນ​ກູ​ບາ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຍົນ​ໂດຍ​ສານ​​ລຳ​ນີ້ຖືກ​ທຳ​ລາຍ​ຢ່າງ​ໜັກ​ໜ່ວງ,​ແຕກ​ຫັກ​ຫຼາຍ​ບ່ອນ, ເຈົ້າ​ໜ້າ​ທີ່​ກັບ​ເຜິງ ແລະ ພະ​ນັກ​ງານ​ຊ່ວຍ​ເຫຼືອ​ກຳ​ລັງ​ຊ່ວຍ​ເຫຼືອ​ຢູ່​ສະ​ຖານ​ທີ່​ເກີດ​ເຫດ.