ທ່ານ​ທ​ຣຳ​ກ່າ​ວວ່າ, ​ແຜນການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ອາ​ເມ​ລິ​ກາ-ສ​ປ​ປ​ເກົາ​ຫຼີ​ບໍ່​ມີການ​ປ່ຽນ​ແປງ​ແຕ່​ຢ່າງ​ໃດ
  2018-05-19 15:38:50  cri

ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ໃນ​ວັນ​ທີ 17 ພຶດ​ສະ​ພາ​ນີ້ ຢູ່​ທຳ​ນຽບ​ຂາວວ່າ, ການ​ພົບ​ປະ​​ລະ​ຫວ່າງຜູ້​ນຳ​ອາ​ເມ​ລິ​ກາ-ສ​ປ​ປ​ເກົາ​ຫຼີ​ທີ່​ກຳ​ນົດ​ມາ​ແລ້ວ​ນັ້ນບໍ່ມີການ​ປ່ຽນ​ແປງ​ແຕ່​ຢ່າງ​ໃດ, ອາ​ເມ​ລິ​ກາ​ກໍ່​ບໍ່​ໄດ້​ຮັບ​ຂ່າວ​ກ່ຽວ​ກັບ​ການ​ເກີດ​ມີ​ການ​ປ່ຽນ​ແປງ. ປັດ​ຈຸ​ບັນ, ອາ​ເມ​ລິ​ກາ ​ແລະ ສປ​ປ​ເກົາ​ຫຼີ​ກຳ​ລັງ​ແລ​ກ​ປ່ຽນ​ກັນ​ກ່ຽວ​ກັບ​ສະ​ຖານ​ທີ່ ແລະ ຮູບ​ການ​ຂອງ​ການ​ພົບ​ປະ​ເປັນ​ຕົ້ນ.   

ຂ່າວ​ແຈ້ງ​ຕື່ມ​ວ່າ,ມື້​ດຽວ​ກັນ,ທ່ານ​ທ​ຣຳ​ໄດ້​ພົບ​ປະ​ກັບ​ທ່ານ​ເຈນ​ສ໌ ສະ​​ໂຕນ​ເຕນ​ເບີກ ເລ​ຂາ​ທິ​ການ​ໃຫຍ່​ນາ​ໂຕ​ໂອ​ກາດ​ມາ​ຢາມ ແລະ ​ກ່າວ​ວ່າ, ອາ​ເມ​ລິ​ກາ​ບໍ່​ຢາກ​ໂກ​ປີ "ຮູບ​ແບບ​ຣີ​ບີ" ຢູ່​ສ​ປ​ປ​ເກົາ​ຫຼີ. ກ່ອນ​ໜ້າ​ນີ້, ທ່ານ​ທ​ຣຳ​ໄດ້ປະ​ກາດ​ຈະ ​ພົບ​ປະ​ກັບ​ທ່ານກິມ​ເຈິງ​ອຸນ ຜູ້​ນຳ​ສູງ​ສຸດ​ສ​ປ​ປ​ເກົາ​ຫຼີ​ຢູ່​ສິງ​ກະ​ໂປ​ໃນ​ວັນ​ທີ 12 ມິ​ຖຸ​ນາ​ໜ້ານີ້.