ຈີນ-ອາເມລິກາຈະບໍ່ເຮັດສົງຄາມການຄ້າ
  2018-05-20 14:51:40  cri
ທ່ານຫຼິວເຮີ້ ທູດພິເສດຂອງທ່ານ ປະທານສີຈິ້ນຜິງ, ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຮອງນາຍົກລັດຖະມົນຕີ, ຫົວໜ້າຝ່າຍຈີນຂອງການເຈລະຈາເສດຖະກິດຮອບດ້ານລະຫວ່າງຈີນ-ອາເມລິກາທີ່ພວມຢ້ຽມຢາມ ອາເມລິກາໄດ້ໃຫ້ສຳພາດຕໍ່ນັກຂ່າວໃນຕອນເຊົ້າວັນທີ 19ພຶດ​ສະ​ພາ ໂດຍກ່າວ ວ່າ, ໝາກຜົນໃຫຍ່ທີ່ສຸດໃນການປຶກສາຫາລືດ້ານເສດຖະກິດການຄ້າລະຫວ່າງຈີນ-ອາເມລິ ກາກໍ່ຄື: ສອງຝ່າຍເປັນເອກະສັນກັນເຫັນວ່າຈະບໍ່ເຮັດສົງຄາມການຄ້າ, ແລະເຊົາເກນພາສີເຊິ່ງກັນແລະກັນ.

ທ່ານຫຼິວເຮີ້ກ່າວວ່າ, ການຢ້ຽມຢາມຄັ້ງນີ້ມີຄວາມຕັ້ງໜ້າ ຕິດແທດຕົວຈິງແລະເຕັມໄປດ້ວຍລັກສະນະ ສ້າງສັນແລະໄດ້ຮັບໝາກຜົນ ເຊິ່ງສອງຝ່າຍໄດ້ກ້າວເຖິງຂັ້ນເປັນເອກະສັນກັນຫຼາຍຢ່າງກ່ຽວກັບການ ຂະຫຍາຍການພົວພັນເສດຖະກິດການຄ້າຈີນ-ອາເມລິກາຢ່າງຕັ້ງໜ້າ ແລະປອດໃສ. ການປຶກສາຫາລື ຄັ້ງນີ້ໄດ້ຮັບໝາກຜົນທີ່ດີ ສາເຫດສຳຄັນທີ່ສຸດກໍ່ຄື ປະມຸກລັດສອງປະເທດໄດ້ມີຄວາມຮັບຮູ້ທີ່ ເປັນເອກະສັນກັນທີ່ສຳຄັນ ໂດຍສາເຫດຫຼັກກໍ່ຄືຄວາມຕ້ອງການຂອງປະຊາຊົນສອງປະເທດກໍ່ຄື ຂອງທົ່ວໂລກ.

ທ່ານຫຼິວເຮີ້ກ່າວວ່າ, ຈີນແລະອາເມລິກາຈະເພີ່ມທະວີການຮ່ວມມືການຄ້າໃນຂົງເຂດພະລັງງານ, ຜະລິດຕະພັນກະສິກຳ ການປິ່ນປົວ ຜະລິດຕະພັນໄຮເຕັກ ແລະການທະນາຄານເປັນຕົ້ນ ເຊິ່ງສາມາດຊຸກຍູ້ໃຫ້ເສດຖະກິດຈີນພັດທະນາດ້ວຍຄຸນນະພາບສູງ, ຕອບສະໜອງຄວາມຕ້ອງ ການຂອງປະຊາຊົນ ທັງມີຜົນດີ​ຊ່ວຍ​ໃຫ້ອາເມລິກາຫຼຸດຂຸມການເງິນດ້ານການຄ້າໃຫ້ໜ້ອຍລົງ ​ເຊິ່ງຖືວ່າ​ໄດ້​ສ້າງຜົນປະໂຫຍດໄປໃຫ້ທັງສອງຝ່າຍ. ພ້ອມກັນນັ້ນ ສອງຝ່າຍຍັງຈະສືບຕໍ່ເພີ່ມທະວີການລົງ ທຶນເຊິ່ງກັນແລະກັນ, ລົງເລິກການຮ່ວມມືໃນຂົງເຂດປົກປ້ອງສິດຊັບສິນທາງປັນຍາ ເຊິ່ງບໍ່ພຽງແຕ່ມີຜົນ ດີຕໍ່ສອງປະເທດຈີນ-ອາເມລິກາເທົ່ານັ້ນ ຍັງມີຜົນດີຕໍ່ຄວາມໝັ້ນທ່ຽງ ແລະຄວາມຈະເລີນຮຸ່ງເຮືອງ ຂອງເສດຖະກິດການຄ້າທົ່ວໂລກອີກດ້ວຍ.

ທ່ານເນັ້ນວ່າ, ຈີນມີກຸ່ມຄົນທີ່ມີລາຍຮັບ​ປານກາງຢ່າງໃຫຍ່ຫຼວງ ທີ່ຈະກາຍເປັນຕະຫຼາດທີ່ໃຫຍ່ ທີ່ສຸດຂອງ​ໂລກ. ເຊິ່ງຕະຫຼາດນີ້ມີລັກສະນະ​ແກ້ງ​ແຍ້ງຢ່າງສູງ, ຖ້າວ່າຢາກ​ຍາດ​ເອົາໂກຕາໃນຕະຫຼາດນີ້ ປະເທດທີ່ສົ່ງສິນຄ້າ​ເຂົ້າ​ຈີນຕ້ອງຍົກກຳລັງ​ແກ້ງ​ແຍ້ງຂອງຜະລິດຕະພັນແລະການບໍລິການຂອງຕົນໃຫ້ສູງຂຶ້ນ, ເພື່ອໃຫ້ປະຊາຊົນຈີນຍິນດີ​ຊື້​ສິນ​ຄ້າ ແລະ​ການ​ບໍ​ລິ​ການ​ເຫຼົ່າ​ນີ້. ຈີນບໍ່ພຽງແຕ່ຍິນດີຊຶ້ສິນຄ້າຈາກອາ​ເມລິກາ​ເທົ່າ​ນັ້ນ, ຍັງ​ຈະ​ຍິນ​ດີ​ຊື້ສິນຄ້າຈາກທົ່ວໂລກອີກ.

ທ່ານຫຼິວເຮີ້ກ່າວວ່າ, ໃນເວທີປຶກສາຫາລືອາຊີໂອອາວ 2018 ທ່ານປະທານສີຈິ້ນຜິງໄດ້ສະເໜີອອກມາ ວ່າຈະເປີດປະຕູຕື່ມອີກໃນສີ່ຂົງເຂດ ເຊິ່ງພວກເຮົາຈະເລັ່ງລັດຜັນຂະຫຍາຍໂດຍອີງຕາມຄວາມຮຽກຮ້ອງ ຂອງທ່ານປະທານສີ. ການທີ່ຊຸກຍູ້ການປະຕິຮູບແລະການພັດທະນາດ້ວຍການເປີດປະຕູສູ່ພາຍນອກ ແມ່ນບົດຮຽນ ແລະອຸທາຫອນສອນໃຈທີ່ຈີນໄດ້ຮັບໃນການດຳເນີນການປະຕິຮູບ ແລະໄຂປະຕູສູ່ພາຍ ນອກເປັນເວລາ 40 ປີມາ ແລະຈະສືບຕໍຍຶດໝັ້ນປະຕິບັດໄປໃນຕໍ່ໜ້ານີ້.

ທ່ານຫຼິວເຮີ້ກ່າວວ່າ, ເທື່ອນີ້ສອງຝ່າຍໄດ້ກ້າວເຖິງຂັ້ນມີຄວາມ​ເຫັ​ນເປັນເອກະ​ພາບກັນນັ້ນແມ່ນ​ເລື່ອງ​ທີ່ຕ້ອງເປັນໄປ, ແຕ່ກໍຄວນຮັບຮູ້ວ່າ, ການແກ້ໄຂບັນຫາດ້ານໂຄງປະກອບດ້ານເສດຖະກິດການຄ້າລະຫວ່າງສອງປະເທດທີ່ເປັນມາຫຼາຍປີນັ້ນ ຍັງຕ້ອງການເວລາ. ການພົວພັນເສດຖະກິດ ການຄ້າຈີນ-ອາເມລິກາພັດທະນາຢ່າງປອດໃສສອດຄ່ອງກັບກະແສແຫ່ງຍຸກປະຫວັດສາດທີ່ ຄົນໃດໆບໍ່ ສາມາດຕໍ່ຕ້ານໄດ້. ໂດຍປະເສີນກັບຂໍ້ຂັດແຍ່ງໃໝ່ທີ່ອາດຈະເກີດຂຶ້ນໃນການຂະຫຍາຍການພົວພັນ ລະຫວ່າງສອງປະເທດ, ພວນເຮົາລ້ວນແຕ່ຄວນປະຕິບັດດ້ວຍຄວາມໃຈເຢັນ, ຍຶດໝັ້ນເຈລະຈາກັນເພື່ອ ແກ້ໄຂຢ່າງເໝາະສົມ.