ຈີນ-ອາເມລິກາອອກຖະແຫຼງການຮ່ວມກ່ຽວກັບການປຶກສາຫາລືດ້ານເສດຖະກິດການຄ້າ
  2018-05-20 15:11:31  cri
ວັນທີ 19 ພຶດສະພານີ້ຢູ່ທີ່ນະຄອນຫຼວງວໍຊິງຕັນປະ​ເທດອາເມລິກາ,  ຈີນ-ອາເມລິກາໄດ້ອອກຖະແຫຼງການ​ຮ່ວມກ່ຽວກັບການປຶກຫາລືດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍ ໂດຍມີເນື້ອໃນຄືດັ່ງນີ້:
 
​ໂດຍອີງຕາມການຊີ້ນຳຂອງທ່ານປະທານສີຈິ້ນຜິງແລະທ່ານປະທານາທິບໍດີໂດນັນ ທຣຳ, ວັນທີ 17-18 ພຶດສະພາ 2018 ຄະນະຜູ້ແທນຈີນ ທີ່ນຳພາໂດຍທ່ານຫຼິວເຮີ້ ທູດພິເສດຂອງທ່ານປະທານສີຈິ້ນຜິງ, ທັງ​ເປັນຮອງນາຍົກລັດຖະມົນຕີ ແລະຄະນະຜູ້ແທນອາເມລິກາ​ເຊິ່ງ​ລວມ​ທັງທ່ານ​ສະ​ຕິ​ເວນ ເອັມນູຊິນ ລັດຖະມົນຕີກະຊວງການເງິນ, ທ່ານໂຣສ ລັດຖະມົນຕີກະ ຊວງການຄ້າແລະທ່ານໂຣ​ເບີດ ໄລ​ທີ​ເຊີ ຜູ້ຕາງໜ້າການຄ້າແລະ ທ່ານອື່ນໆ ໄດ້ປຶກສາຫາລືກັນຢ່າງມີລັກ ສະນະສ້າງສັນກ່ຽວກັບບັນຫາການຄ້າ.
 
ສອງຝ່າຍເຫັນດີ​ຈະໃຊ້ມາດຕະການທີ່ບັງເກີດຜົນ ເພື່ອຫຼຸດ​ຄວາມຂາດດຸນການຄ້າສິນຄ້າ​ຕໍ່​ຈີນຂອງອາເມລິກາຢ່າງແທ້ຈິງ. ເພື່ອຕອບສະໜອງຄວາມຕ້ອງການດ້ານການບໍລິໂພກທີ່ເພີ່ມຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງຂອງປະຊາຊົນຈີນແລະຊຸກຍູ້ໃຫ້ເສດຖກິດ​ຈີນພັດທະນາດ້ວຍຄຸນນະພາບສູງ, ຈີນຈະເພີ່ມການຈັດຊື້ສິນຄ້າແລະການ ບໍລິການຂອງ​ອາເມລິກາຢ່າງຫຼວງຫຼາຍ ເຊິ່ງຈະມີຜົນດີຕໍ່ການເຕີບໂຕຂອງເສດຖະກິດແລະການປະກອບ ອາຊີບຂອງອາເມລິກາ.
 
ສອງຝ່າຍເຫັນດີ​ຈະເພີ່ມການສົ່ງອອກຜະລິດຕະພັນກະສິກຳແລະພະລັງງານຂອງອາເມລິກາ, ເຊິ່ງອາເມລິກາຈະ​ສົ່ງຄະນະ​ຜູ້​ແທນໄປປຶກສາຫາລືວຽກງານລະອຽດຢູ່ຈີນ.
 
ສອງຝ່າຍໄດ້ປຶກສາຫາລືກັນກ່ຽວກັບການເປີດກວ້າງການຄ້າຜະລິດຕະພັນຂອງຂະແໜງການຜະລິດແລະການບໍລິການ, ໄດ້ກ້າວເຖິງຂັ້ນມີຄວາມເຫັນທີ່ເປັນເອກະ​ພາບກັນກ່ຽວກັບການສ້າງເງື່ອນໄຂທີ່ດີ ເພື່ອເພີ່ມ​ຂະ​ໜາດການຄ້າໃນຂົງເຂດດັ່ງກ່າວ.
 
ສອງຝ່າຍໃຫ້ຄວາມສຳຄັນຢ່າງສູງຕໍ່ການປົກ​ປ້ອງສິດຊັບສິນທາງປັນຍາ, ເຫັນດີເພີ່ມທະວີການຮ່ວມມື​ກັນ. ຈີນຈະຊຸກຍູ້ວຽກງານດັດແກ້ກົດໝາຍກົດ​ລະ​ບຽບທີ່ກ່ຽວຂ້ອງເຊິ່ງລວມທັງ ກົດໝາຍລິຂະສິດ.
 
ສອງຝ່າຍເຫັນດີສົ່ງເສີມການລົງທຶນເຊິ່ງກັນແລະກັນ, ຈະພະຍາຍາມສ້າງສະພາບແວດລ້ອມທຸລະກິດ ທີ່ມີ​ການ​ແກ້ງ​ແຍ້ງຢ່າງຍຸດຕິທຳ.
 
ສອງຝ່າຍເຫັນດີສືບຕໍ່ຮັກສາການຕິດຕໍ່ພົວພັນຂັ້ນສູງກ່ຽວກັບວຽກງານ​ໃນດ້ານນີ້ ຕັ້ງໜ້າແກ້ໄຂບັນ ຫາເສດຖະກິດການຄ້າທີ່​ສອ​ງ​ຝ່າຍຕ່າງໃຫ້ຄວາມສົນໃຈ.