ກູ​ບາ​ຢືນ​ຢັນ​ວ່າອຸ​ບັດ​ເຫດ​ເຮືອ​ບິນ​ໂດຍ​ສານ​ຕົກ​ເຮັດ​ໃຫ້ມີ​ຜູ້​ເສຍ​ຊີ​ວິດ 110 ຄົນ
  2018-05-20 14:28:25  cri
ລັດ​ຖະ​ບານ​ກູ​ບາ​ຢືນ​ຢັນ​ໃນ​ວັນ​ທີ 19 ພຶດ​ສະ​ພາ​ນີ້​ວ່າ: ອຸ​ບັດ​ເຫດ​ເຮືອ​ບິນ​ໂດຍ​ສານ​ຕົກ​ທີ່​ເກີດ​ຂຶ້ນ​ໃນ​ວັນ​ທີ 18 ພຶ​ດ​ສະ​ພາ​ນີ້​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 110 ຄົນ​ແລະຜູ້​ລອດ​ຊີ​ວິດ 3 ຄົນ​ບາດ​ເຈັບ​ສາ​ຫັດ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​​ຂົ​ນ​ສົ່ງ​ກູ​ບາ​ກ່າວໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 19 ພຶດ​ສະ​ພາ​ນີ້​ວ່າ: ຜູ້​ເສຍ​ຊີ​ວິດ 110 ຄົນ​​ໃນອຸ​ບັດ​ເຫດ​ຄັ້ງ​ນີ້ ມີຊາວ​ກູ​ບາ 99 ຄົນ, ຊາວ​ຕ່າງ​ປະ​ເທດ 11 ຄົນ ເຊິ່ງ​ລວມ​ທັງ​ຈຸ​ການ​ບິນ​ຊາວ​ແມັກ​ຊິກ 6 ຄົນ ແລະ​ຜູ້​ໂດຍ​ສານ​ຊາວ​ແມັກ​ຊິກ 1 ຄົນ, ຊາວ​ອາກ​ຊັງ​ຕີນ 2 ຄົນ​ແລະຊາວຕ່າງ​ປະ​ເທດ​ສອງ​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ຊົ່ວ​ຄາວ​ຢູ່​ກູ​ບາ.

ສົບ​ຜູ້​ເສຍ​ຊີ​ວິດ​ທັງ​ໝົດ​ໄດ້​ສົ່ງ​ໄປ​ເຖິງ​ສະ​ຖາ​ບັນ​​ຄົ້ນ​ຄວ້ານິ​ຕິ​ເວດ​ສາດຂອງ​ນະ​ຄອນຫຼວງ​​ລາ​ຮາ​ວານ, ມາ​ຮອດ​ປັດ​ຈຸ​ບັນ, ​ມີ​ສົບຜູ້​ເສຍ​ຊີ​ວິດ 15 ຄົນ​ໄດ້​ຢືນ​ຢັນ​ຖາ​ນະ​ແລ້ວ ແລະ​ຖາ​ນະ​ຂອງ​ຜູ້​ລອດ​ຊີ​ວິດ 3 ຄົນ​ກໍ​ໄດ້​ຖືກ​ຢືນ​ຢັນ​ເຊັ່ນ​ດຽວ​ກັນ, ປັດ​ຈຸ​ບັນ, ພວກ​ເຂົາ​ເຈົ້າ​ກຳ​ລັງ​ນອນ​ປິ່ນ​ປົວ​ຢູ່​ໂຮງ​ໝໍກາ​ລິ​ສະ​ໂຕ ກາ​ເຊຍ​ນະ​ຄອນຫຼວງ​ລາ​ຮາ​ວານ.