ປີໜ້າ ​ເສດຖະກິດ​ມຽນມາອາດ​ຈະ​ເຕີບ​ໂຕ 6,7%
  2018-05-22 15:52:13  cri

ຫວ່າງ​ມໍ່ໆ​ມາ​ນີ້, ທະນາຄານ​ໂລກ ​ໄດ້​ເປີດ​ເຜີຍ​ບົດ​ລາຍງານ "ສັງ​ເກດ​ເສດຖະກິດ​ມຽນມາ" ​ໂດຍ​ຄາດ​ຄະ​ເນ​ວ່າ: ​ເນື່ອງ​ຈາກ​ລັດຖະບານ​ເລັ່ງປະຕິ​ຮູບ ​ແລະ​ຊຸກຍູ້​ການ​ຫັນ​ຂະ​ແໜງ​ການ​ທະນາຄານ​ເປັນ​ທັນ​ສະ​ໄໝ ປີໜ້າ, ​ເສດຖະກິດ​ມຽນມາ​ມີ​ຄວາມ​ຫວັງ​ຈະ​ເຕີບ​ໂຕ 6,7%

​ເຈົ້າໜ້າ​ທີ່ຫ້ອງການ​ຕົວ​ແທນ​ທະນາຄານ​ໂລກ​ປະຈຳ​ລາວ, ມຽນມາ ​ແລະ​ກຳປູ​ເຈຍ ກ່າວ​ວ່າ: ທະນາຄານ​ໂລກ​​ເຫັນ​ໄປ​ໃນ​ແງ່​ດີ​​ໂດຍ​ລວມຕໍ່​ການ​ປະຕິ​ຮູບ​ຂອງມຽນມາ​​ໃນໄລຍະ​ກາງ ​ແລະ​ຄາດ​ວ່າການ​ລົງທຶນ​ຈາກ​ຕ່າງປະ​ເທດ​ທີ່​ຈະ​ມີ​ຂຶ້ນອີກ​ຮອບ​ໃໝ່​ຈະ​ກະ​ຕຸ້ນ​ໃຫ້​ເສດຖະກິດ​ມຽນມາ​ພັດທະນາດີ​ຂຶ້ນ. ບົດ​ລາຍ​ງານ​ຍັງ​ລະບຸ​ຕື່ມວ່າ: ​ເຖິງ​ວ່າ​ໃນ​ຂົງ​ເຂດ​ເສດຖະກິດ​ພາຍ​ໃນ​ປະ​ເທດ​ມຽນມາ ​ແລະ​ຕ່າງປະ​ເທດມີຄວາມ​ບໍ່​ແນ່ນອນ​ເພີ່ມ​ຂຶ້ນກໍ​ຕາມ ​ແຕ່​ໂດຍ​​ໄດ້​ປະ​ໂຫຍ​ດຈາກ​ປັດ​ໄຈ​ທີ່​ດີ ​ເຊັ່ນ ການ​ຜະລິດກະສິກຳ ​ໂດຍ​ສະ​ເພາະ​ການ​ຜະລິດ​ຂະ​ແໜງ​ການ​ປູກຝັງ​ໄດ້​ຟື້ນ​ຕົວ​ຂຶ້ນ, ຂະ​ແ​ໜງການອຸດສາຫະກຳ​ການ​ຜະລິດ​ຢູ່​​ໃນ​ສະພາບ​ທີ່​ດີ ​ແລະ ຂະ​ແໜງ​ການ​ບໍລິການ​ກໍ​ພັດທະນາ​ຢ່າງ​​ແຂງ​ແຮງ ສົ່ງ​ຜົນ​ເຮັດ​ໃຫ້​ຈັງຫວະ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ມຽນມາ​ໃນ​ປີນີ້​ອາດ​ຈະ​ບັນລຸ​ເຖິງ 6,4% ​ເພີ່ມ​ຂຶ້ນ 0,5% ​ເມື່ອ​ທຽບ​ໃສ່​ປີຜ່ານມາ; ຂະນະ​ດຽວ​ກັນ, ອັດຕາ​ເງິນ​ເຟີ້​ໄດ້ຫຼຸດຈາກ 7% ຂອງ​ປີ 2017 ລົງ​ເປັນ 5,5% ​ເຊິ່ງ​ເປັນ​ລະດັບ​ອ່າວ​ຕ່ຳ ​ແລະ​ຄາດ​ວ່າປີ 2019 ​ອາດ​ຈະຫຼຸດລົງ​ເປັນ 4,9% ອີກ.