ເຈົ້າ​ໜ້າ​ທີ່​ຟີ​ລິບ​ປິນ​ກ່າວ​ວ່າ ການ​ສ້າງ​ສາ​ເມືອງ​ມາລາ​ວີ​ຄືນ​ໃໝ່​ຈະ​ໃຊ້​ເວ​ລາ 2 ປີ​ເຄິ່ງ
  2018-05-22 11:44:28  cri
ວັນ​ທີ 21 ພຶດ​ສະ​ພາ​ນີ້, ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຟີ​ລິບ​ປິນ​ກ່າວ​ວ່າ, ຈະ​ເລີ່ມ​ດຳ​ເນີນວຽກ​ງານ​ສ້າງ​ສາ​ເມືອງ​ມາ​ລາ​ວີ​ທາງ​ພາກ​ໃຕ້​ຟີ​ລິບ​ປິນ​ຄືນ​ໃໝ່​ ​ແລະ​ຄາດ​ວ່າ​ຈະ​ສຳ​ເລັດ​ກ່ອນ​ປີ 2021, ລັດ​ຖະ​ບານ​ຟີ​ລິບ​ປິນ​ໄດ້​ຊົມ​ເຊີຍ​ວິ​ສາ​ຫະ​ກິດ​ຈີນ​ທີ່ເຂົ້າ​ຮ່ວມ.

ໃນ​ເດືອນ​ພຶດ​ສະ​ພາ​ປີ 2017, ກອງ​ທັບ​ລັດ​ຖະ​ບານ​ຟີ​ລິບ​ປິນ​ແລະ​ກຸ່ມ​ປະ​ກອບ​ອາ​ວຸດ​ຕໍ່​ຕ້ານ​ລັດ​ຖະ​ບານ​ໄດ້ປະ​ທະກັນ​ຢູ່​ເມືອງ​ມາ​ລາ​ວີ, ​ສືບ​ເນື່ອງ​ເປັນ​ເວ​ລາ 5 ເດືອນ,ເຮັດ​ໃຫ້​ເມືອງ​ຖືກ​ທຳ​ລາຍ​ຢ່າງ​ໜັກ​ໜ່ວງ. ນັກ​ຂ່າວ​ໄດ້​ສັງ​ເກດ​ຢູ່​ໃນ​ເມືອງ​ມາ​ລາ​ວີ​ວ່າ, ຢູ່​ເຂດ​ໃຈ​ກາງ​ເມືອງ​ດັ່ງ​ກ່າວເຕັມ​ໄປ​ດ້ວຍ​ຊາກ​ສະ​ຫຼັກ​ຫັກ​ພັງ,ແລະສິ່ງ​ກໍ່​ສ້າງ​ຕ່າງໆ​ກໍ່​ໄດ້​ຖືກ​ທຳ​ລາຍ​ໝົດ.

ໃນ​ເດືອນ​ເມ​ສາ​ປີ​ນີ້, ອົງ​ການກໍ່​ສ້າງ​ເຮືອນຂອງ​ຟີ​ລິບ​ປິນ​ເຄີຍ​ໄດ້​ປະ​ກາດ​ວ່າ,ແຜນ​ການ​ສ້າງ​ສາ​ເມືອງ​ມາ​ລາ​ວີ​ຄືນໃໝ່​ທີ່​​ກຸ່ມ​ປະ​ສົມ​ທີ່​ປະ​ກອບ​ດ້ວຍບໍ​ລິ​ສັດ​ຈີນ 5 ແຫ່ງ ແລະ​ບໍ​ລິ​ສັດ​​ຟີ​ລິບ​ປິນ 3 ແຫ່ງ​ສະ​ເໜີ​ນັ້ນໄດ້​ຜ່ານ​ການ​ຮັບ​ຮອງ​ຈາກ​ຜູ້​ຊ່ຽວ​ຊານ​ແລ້ວ,ແລະກາຍ​ເປັນ​ຝ່າຍ​ຖືກ​ປະ​ມູນ​ສຳ​ຮອງ,ຖ້າ​ບໍ່​ມີ​ບໍ​ລິ​ສັດ​ແຫ່ງ​ອື່ນ​ແຂ່ງ​ຂັນ​ປະ​ມູນ,ກຸ່ມ​ປະ​ສົມ​ດັ່ງ​ກ່າວ​​ຈະ​ຊະ​ນະ​ການປະ​ມູນ​ກ່ຽວ​ກັບ​ການ​ສ້າງ​ສາ​ເມືອງ​ມາ​ລາ​ວີ​ຄືນ​ໃໝ່.