ຄະນະ​ລັດຖະບານ​ມາ​ເລ​ເຊຍຊຸດ​ໃໝ່ບາ​ນຕົວ​ດຳລົງ​ຕຳ​ແໜ່​ງ
  2018-05-22 16:40:36  cri

ວັນ​ທີ 21 ພຶດສະພາ​ນີ້, ​ຄະນະ​ລັດຖະບານ​ມາ​ເລ​ເຊຍ​ຊຸດ​ໃໝ່ໄດ້​ສາບາ​ນຕົວ​ດຳ​ລົງ​ຕຳ​ແໜ່​ງຢູ່​ພະ​ລາຊະ​ວັງ​ແຫ່ງ​ຊາດ​ນະຄອນຫຼວງ​ກົວ​ລາ​ລຳ​ເບີ. ສົມ​ເດັດ​ຊານ​ຕານ ໂມ​ຮຳ​ມັດ​ທີ​ຫ້າ ປະມຸກ​ລັດ​ສູງ​ສຸດ​ມາ​ເລ​ເຊຍ​ ​ແລະ​ທ່ານມາ​ຮາ​ເທຍ ບິນ​ໂມ​ຮາມັດ ທີ່​ໄດ້​ຮັບ​ໃຫ້​ດຳລົງ​ຕຳ​ແໜ່​ງ​ເປັນນາຍົກລັດຖະມົນຕີມາ​ເລ​ເຊຍ​​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ.

​ຄະນະ​ລັດຖະບານຊຸດ​ນີ້​ມີ 13 ຄົນ ​​ເຊິ່ງຈະ​ດຳລົງຕຳ​ແໜ່​ງ 14 ຕຳ​ແໜ່​ງ. ​ໃນ​ນີ້, ​ໄດ້​ຊັບຊ້ອນ​ບາງ​ຕຳ​ແໜ່​ງ​ໃໝ່​ຈຳນວນ​ໜຶ່ງ​ຈາກລັດຖະບານ​ຊຸດ​ກ່ອນ.

ສະ​ຫະພັນຄວາມ​ຫວັງທີ່​ເປັນ​ພັກຝ່າຍຄ້ານມາ​ເລ​ເຊຍ​ທີ່​ນຳໂດຍ​ທ່ານ​ມາ​ຮາ​​ເທຍບິນ​ໂມ​ຮຳ​ມັດ​ໄດ້​​ຊະນະ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 9 ພຶດສະພາ​ນີ້​ໂດຍ​​ໄດ້ຮັບ​ບ່ອນ​ນັ່ງ​ໃນ​ສະພາ​ຕ່ຳ​ຫຼາຍ​ກວ່າ​ເຄິ່ງໜຶ່ງ​ຂອງ​ຈຳນວນ​ບ່ອນ​ນັ່ງ​ທັງ​ໝົດ ​ຈຶ່ງ​ໄດ້ຮັບສິດ​ເປັນ​ຜູ້ຈັດ​ຕັ້ງ​ຄະນະລັດຖະບານ​ໃໝ່. ທ່ານ​ມາ​ຮາ​ເທຍປີ​ນີ້​ອາຍຸ 92 ປີ​​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້ດຳລົງ​ຕຳ​ແໜ່ງ​ເປັນ​ນາຍົກ​ລັດຖະມົນຕີ​ໃນ​ຕອນ​ຄ່ຳ​ວັນ​ທີ 10 ພຶດສະພາ​ນີ້.