ສະ​ຫະ​ພັນ​ມະ​ຫາ​ວິ​ທະ​ຍາ​ໄລ-ວິ​ສາ​ຫະ​ກິດ​ຈີນ​ອົບ​ຮົມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ານ​ການ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ໃຫ້​ອິນ​ໂດ​ເນ​ເຊຍ
  2018-05-22 16:08:48  cri
    ຕອນ​ບ່າຍ​ວັນ​ທີ 20 ພຶດ​ສະ​ພານີ້, ງານ​ບັນ​ຍາຍ​ທີ່​ຫົວ​ຂໍ້​ກ່ຽວ​ກັບ​ການ​ໄປ​ຮຽນ​ຢູ່​ຈີນ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍນັ້ນ ໄດ້​ດຶງ​ດູດ​ນັກ​ຮຽນ​ນັກ​ສຶກ​ສາ​ພ້ອມ​ດ້ວນ​ພໍ່​ແມ່​ຜູ້​ປົກ​ຄອງ​ຂອງ​ອິນ​ໂດ​ເນ​ເຊຍ​ຢ່າງຫຼວງຫຼາຍ. ການ​ອົບ​ຮົມ​ຊັບ​ພະ​ຍາ​ກອນ​ມະ​ນຸດ "ແບບ​ໃບ​ຈອງ​" ຂອງ​ສະ​ຫະ​ພັນ​ມະ​ຫາ​ວິ​ທະ​ຍາ​ໄລ-ວິ​ສາ​ຫະ​ກິດ​ຈີນ​ເພື່ອ​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ໂດຍ​ສະ​ເພາະ​ນັ້ນ ເຮັດ​ໃຫ້​ນັກ​ຮຽນ​ນັກ​ສຶກ​ສາ​ອິນ​ໂດ​ເນ​ເຊຍ​ສົນ​ໃຈຫຼາຍ.

    ປີ 2017 ຜ່ານ​ມາ, ວິ​ສາ​ຫະ​ກິດ​ແລະ​ສະ​ມາ​ຄົມ​ຂະ​ແໜງ​ການ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ໃນ "ສະ​ຫະ​ພັນ​ການ​ສຶກ​ສາ​ກ່ອນ​ໄປ​ຮຽນ​ຢູ່​ຈີນ" ແລະ "ສ​ະ​ຫະ​ພັນ​ການ​ສຶກ​ສາ​ຈີນ-ອາ​ຊຽນ" ໄດ້​ປະ​ກອບ​ເປັນ​ສະ​ຫະ​ພັນ​ມະ​ຫາ​ວິ​ທະ​ຍາ​ໄລ-ວິ​ສາ​ຫະ​ກິດ ເພື່ອ​ອົບ​ຮົມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ານ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ", ມະ​ຫາ​ວິ​ທະ​ຍາ​ໄລ​ຈີນ 50 ກວ່າ​ແຫ່ງ​ຄື: ມະ​ຫາ​ວິ​ທະ​ຍາ​ໄລ​ຟູ້​ຕ້ານ, ມະ​ຫາ​ວິ​ທະ​ຍາ​ໄລ​ຄົມ​ມະ​ນາ​ຄົມ​ຊຽງ​ໄຮ, ມະ​ຫາ​ວິ​ທະ​ຍາ​ໄລ​ເຈີ້​ຈ່ຽງ, ມະ​ຫາ​ວິ​ທະ​ຍາ​ໄລ​ນານ​ໄຄ່ ແລະ​ອື່ນໆ ພ້ອມ​ດ້ວຍ​ວິ​ສ​າ​ຫະ​ກິດ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ຮ້ອຍກວ່າ​ແຫ່ງ ໄດ້​ເຂົ້າເປັນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພັນ​ດັ່ງ​ກ່າວ. ຜ່ານ​ການ​ປັບ​ປຸງ​ຮູບ​ການ​ອົບ​ຮົມ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສ​ະ​ຫະ​ພັນ​ດັ່ງ​ກ່າວ ໄດ້​ອົບ​ຮົມ​ແລະ​ສົ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ວິ​ຊາ​ສະ​ເພາະ​ແບບ​ສາ​ກົນ​ແລະ​ແບບ​ທ້ອງ​ຖິ່ນ​ໃຫ້​ແກ່​ວິ​ສ​າ​ຫະ​ກິດ​ຂອງ​ທຸກ​ປະ​ເທດ​ລຽບ​ຕາມ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ" ຢ່າງຫຼວງຫຼາຍ.