ປະຊາຊົນ​ໄທ​ຮຽກຮ້ອງ​ໃຫ້​ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ໂດຍ​ໄວ
  2018-05-23 15:01:04  cri

ຕອນ​ເຊົ້າວັນ​ທີ 22 ພຶດສະພາ​ນີ້, ປະຊາ​ຊົນ​ໄທ​ເກືອບ​ພັນ​ຄົນ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ມະຫາວິທະຍາ​ໄລ​ທຳ​ມະ​ສາດ​ບາງກອກ ​ເພື່ອ​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຕໍ່​ລັດຖະບານ​ໄທ​ທີ່​ເລື່ອນ​ເວລາ​ດຳ​ເນີນ​ການ​ເລືອກ​ຕັ້ງ ​ແລະ​ຮຽກຮ້ອງ​ໃຫ້​ລັດຖະບານ​ເລີ່​ມດຳ​ເນີນ​ການ​ເລືອກ​ຕັ້ງທົ່ວ​ໄປ​ພາຍ​ໃນ​ປີ​ນີ້.

ວັນ​ທີ 22 ພຶດສະພາ​ເປັນ​ວັນ​ລະນຶກ​ຄົບຮອບ 4 ປີ​ຂອງ​ເຫດການ​ເຈົ້າໜ້າ​ທີ່​ທະຫານ​ໄທ​ກໍ່​ການ​ລັດຖະປະຫານ ​ແລະ​ໂຄ່ນ​ລົ້ມລັດຖະບານ​ຍິ່ງ​ລັກ. ການ​ຊຸມນຸມ​ເທື່ອ​ນີ້​ແມ່ນຈັດ​ຂຶ້ນ​ໂດຍ​ກຸ່ມ "ຄົນ​ຢາກ​​ເລືອກ​ຕັ້ງ" ​ເຊິ່ງ​ເປັນ​ກຸ່ມ​ສະໜັບສະໜູນ​ດຳ​ເນີນການ​ເລືອກ​ຕັ້ງທົ່ວ​ໄປ ​ແລະ​ໄດ້​ວາງ​ແຜນ​ຈະ​ເດີນ​ຂະ​ບວນອອກ​ຈາກ​ມະຫາວິທະຍາ​ໄລ​ທຳ​ມະ​ສາດ​ໃນ​ຕອນ​ເຊົ້າວັນ​ທີ 22 ພຶດສະພາ​ນີ້ ​ເພື່ອ​ມຸ່ງ​ໜ້າ​ສູ່​ສຳນັກງານ​ນາຍົກລັດຖະມົນຕີ.

ສື່​ມວນ​ຊົນ​ໄທລາຍ​ງານ​ວ່າ ມີ​ຜູ້​ເຂົ້າຮ່ວມ​ການ​ປະ​ທ້ວງ​ເກືອບ 100 ຄົນ​ໄດ້​​ໄປນອນ​ພັກ​ຢູ່​ມະຫາວິທະຍາ​ໄລ​ທຳ​ມມະ​ສາດ​ໃນ​ຕອນ​ຄ່ຳ​ວັນ​ທີ 21 ​ເດືອນ​ດຽວ​ກັນ ​ແລະ​ຕອນ​ຮຸ່ງ​ເຊົ້າມື້​ຕໍ່​ມາ, ຜູ້​ປະ​ທ້ວງ​ໄດ້​ເພີ່ມ​ຂຶ້ນ​​ເປັນ​​ເກືອບ​ໜຶ່ງ​ພັນ​ຄົນ. ຕໍ່​ມາ, ​ເຈົ້າໜ້າ​ທີ່​ຕຳຫຼວດ​ໄດ້​ປິດ​ຖະໜົນ​ສູ່​ສຳນັກງານ​ນາຍົກລັດຖະມົນຕີ ​ແລະ ​ເພີ່ມ​ກຳລັງ​ຕຳຫຼວດ​ປ້ອງ​ກັນຢູ່​ຕາມ​ບໍລິ​ເວນ​ສຳນັກງານ​ນາຍົກ ​ແລະ​ໃນ​ທີ່​ສຸດ ຜູ້​ປະ​ທ້ວງ​ກໍ​ບໍ່​ສາມາດ​ເດີນ​ຂະ​ບວນອອກ​ຈາກ​ມະຫາວິທະຍາ​ໄລ​ທຳ​ມະ​ສາດ​ໄດ້​.