ກຳ​ປູ​ເຈ​ຍຈະ​ເປັນ​ປະ​ເທດກິ​ຕິ​ມະ​ສັກ​ຂອງ​ງານ​ວາງສະ​ແດງ​ສິນຄ້າຈີນ-ອາ​ຊຽນຄັ້ງ​ທີ 15
  2018-05-23 12:42:25  cri
ຕາມ​ການ​ລາຍ​ງານ​ຂອງ​ນັກ​ຂ່າວ​ຂ່ວສານ​ຊິນ​ຮວາ​ແຈ້ງ​ໃຫ້​ຮູ້ໃນ​ວັນ​ທີ 22 ພຶດສະພາ​ນີ້​ວ່າ: ງານ​ວາງສະ​ແດງສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 15 ຈະ​ຈັດ​ຂຶ້ນ​ຢູ່​ນະຄ​ອນນານ​ນີງ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າຈ້ວງ​ກວາງຊີ​ສປ.​ຈີນ​ແຕ່​ວັນ​ທີ 12 ຫາ​ວັນ​ທີ 15 ກັນຍາປີ​ນີ້ ​ເ​ຊິ່ງປະ​ເທດ​ກຳ​ປູ​ເຈຍ​ຈະ​ເປັນປະ​ເທດກິ​ຕິ​ມະ​ສັກ​ຂອງ​ງານ​ວາງ​ສະ​ແດງ​ສິນຄ້າຈີນ-ອາຊຽນ​ເປັນ​ເທື່ອ​ທີ​ສອງ, ຜູ້ນຳ​ຈີນ ​ແລະ​ບັນດາ​ປະ​ເທດ​ອາ​ຊຽນກໍຈະ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ດັ່ງກ່າວ.
ຮອດ​ປັດຈຸບັນ​ນີ້, ​ໄດ້​ມີ 8 ປະ​ເທດ​ອາ​ຊຽນທີ່​​ເປັນ "​ເມືອງ​​ແຫ່ງສະ​ເໜ່" ຄື:​ ​ນະຄອນຫຼວງ​ບັນ​ດາ​ເຊລີ​ເບ​ກາ​ວັນ​ປະ​ເທດ​ບຣູ​ໄນ, ​ແຂວງ​ຊູ​ມັດ​ຕາລາປະ​ເທດ​ອິນ​ໂດ​ເນ​ເຊຍ, ​ແຂວງວຽນ​ຈັນ​ປະ​ເທດ​ລາວ ​ແລະ​ອື່ນໆ. ປີ​ນີ້, ນະ​ຄອນ​ເປີ​ຍ​ໄຫ​​ເຂດກວາງຊີ​ແມ່ນ "​ເມືອງ​​ແຫ່ງສະ​ເໜ່" ຂອງ​ຈີນ ​ເຊິ່ງຈະ​ສະ​ແດງ​ສະພາບ​ການ​ພັດທະນາ​ເສດຖະກິດທາງ​ທະ​ເລ ​ແລະ​ທິວ​ທັດ​ແຄມ​ຝັ່ງ​ທະ​ເລ.