ທ່ານ​ນາ​ຈິບ​ຖືກ​ສອບ​ຖາມ​ຈາກ​ຄະ​ນະ​ກຳ​ມ​ະ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ມາເລ​ເຊຍ
  2018-05-23 10:43:59  cri
    ວັນ​ທີ 22 ພຶດ​ສະ​ພານີ້, ທ່ານ ນາ​ຈິບ ຕູນ ຣາ​ຊັກ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ໄດ້​ເດີ​ນ​ທາງໄປ​ຄະ​ນະ​ກຳ​ມະ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ເພື່ອ​ຮັບ​ການ​ສອບ​ຖາມ​ກ່ຽວ​ກັບ​ບໍ​ລິ​ສັດ​ພັດ​ທະ​ນາ​​ມາ​ເລ​ເຊຍ​ໜຶ່ງ ຫຼື 1MDB.

    ຜູ້​ຮັບ​ຜິດ​ຊອບ​ຂອງ​ຄະ​ນະ​ກຳ​ມະ​ການດັ່ງ​ກ່າວ​ໄດ້​​ຖະ​ແຫຼງ​ຂ່າວ​ໃນ​ມື້​ດຽວ​ກັນ​ວ່າ, ທ່ານ ນາ​ຈິບ ມາ​ຮອດ​ອົງ​ການ​ຕົນ​ເພື່ອ​ໃຫ້​ຄຳ​ອະ​ທິ​ບາຍ​ກ່ຽວ​ກັບ​ເງິນ​ອອມ​ສິນ 42 ລ້ານ​ລິງ​ກິດ ຫຼື ປະ​ມານ 10 ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃນ​​ບັນ​ຊີ​ສ່ວນ​ຕົວ, ເງິນ​ອອມ​ສິນ​ກ້ອນນີ້​ເຊື່ອ​ວ່າ​ມາ​ຈາກບໍ​ລິ​ສັດ SRC ສາ​ກົນ ເຊິ່ງ​ເປັນ​ອະ​ດີດສາ​ຂາ​ຂອງບໍ​ລິ​ສັດ 1MDB.

    ທ່ານ ກ່າວ​ຕື່ມ​ວ່າ, ຫວ່າງມໍ່ໆ​ມານີ້, ຜູ້​ສືບ​ສວນ​ໄດ້​ຮັບ​​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບບໍ​ລິ​ສັດ SRC ສາ​ກົນຫຼາຍກວ່າ​ເກົ່າ, ການ​ທີ່​ທ່ານ ນາ​ຈິບ ຖືກ​ສອບ​ຖາມ​ຄັ້ງ​ນີ້ ຕົ້ນ​ຕໍ​ເພື່ອບັນ​ທຶກ​ຄຳ​ໃຫ້​ການ, ຄະ​ນະ​ກຳ​ມະ​ການ​ຕ້ານ​ການ​ສໍ້​ລາດ​ບັງຫຼວງ​ບໍ່​ໄດ້​ຈັບ​ຕົວ​ທ່ານ, ແຕ່​ອາດ​ຈະ​ຟ້ອງ​ຮ້ອງ​ທ່ານ​ໃນ​ໄວໆ​ນີ້.